ກົມຈັດຕັ້ງ ແລະ ພະນັກງານ ຮສສ ຕ້ອງປັບປຸງວຽກງານພະນັກງານຢ່າງຈິງຈັງ ພ້ອມຫັນປ່ຽນຢ່າງເລິກເຊິ່ງ, ໂປ່ງໃສ

ວັນທີ 3 ມັງກອນ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສະຫລຸບວຽກງານ ກົມຈັດຕັ້ງ ແລະ ພະນັກງານ ຮສສ ປະຈໍາປີ 2023 ວ່າ: ຄະນະກົມ ແລະ ພະນັກງານຫລັກແຫລ່ງຂອງກົມຈັດຕັ້ງ ແລະ ພະນັກງານ ຕ້ອງເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍເປົ້າໝາຍ, ແຜນວຽກຈຸດສຸມ ແລະ ຄາດໝາຍແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັັ້ງທີ V ໄລຍະແຕ່ ປີ 2021-2025 ຂອງຂະແໜງດັ່ງກ່າວ ເປັນຕົ້ນ: ວຽກງານກໍ່ສ້າງພັກ-ພະນັກງານໃຫ້ຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ ໂດຍນຳໃຊ້ຫລາຍຮູບການ, ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ, ເອົາໃຈໃສ່ປັບປຸງຍົກລະດັບທິດສະດີການເມືອງ, ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະໃຫ້ສູງຂຶ້ນ. ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ຍຸດທະສາດ ເຂົ້າໃນການວາງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ທັງສ້າງຄວາມກົມກຽວ ການປະສານງານກັບພາກສວ່ນກຽ່ວຂ້ອງ ທັງລະຫວ່າງສູນກາງ ແລະ ທ້ອງຖິ່ນ ຄ່ອງຕົວຂຶ້ນ.

ສຳລັບວຽກງານການຈັດຕັ້ງ ແລະ ພະນັກງານ ໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດຮັດ, ຄ່ອງຕົວ ບໍ່ສ້າງໃຫ້ມີຄວາມຊ້ຳຊ້ອນກັນລະຫວ່າງວຽກງານຕໍ່ກັນ. ພ້ອມນີ້ກໍຕ້ອງເອົາໃຈໃສ່ວຽກພະນັກງານ, ແຕ່ລະຂັ້ນຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ໂປ່ງໃສ ໃນທຸກຂອດຂອງວຽກງານພະນັກງານ ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍຍ້ອງຍໍຜູ້ດີເດັ່ນແທ້ ແລະ ສະຫວັດດີການ ຕໍ່ພະນັກງານ, ການເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໃນຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ ເຮັດໄດ້ແນວນັ້ນ ພວກເຮົາຈິ່ງຈະສາມາດຍົກສູງບົດບາດພະນັກງານ ທີ່ເປັນປັດໄຈຕັດສິນ ຫັນເຂົ້າສູ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ.

ຂໍ້ມູນ: ຮສສ