ນາຍົກລັດຖະມົນຕີສະວິດ ບໍ່ມີແຜນລົງປະຊາມະຕິ ນຳພາສະວິດເຂົ້າເປັນສະມາຊິກນາໂຕ
ນາຍົກລັດຖະມົນຕີສະວິດເຜີຍບໍ່ມີແຜນຈະລົງປະຊາມະຕິເລື່ອງການນຳພາສະວິດເຂົ້າເປັນສະມາຊິກນາໂຕ, ຂະນະທີ່ສະພາກຳລັງພິຈາລະນາບັນຫາຄວາມໝັ້ນຄົງຂອງປະເທດ ຄາດວ່າຈະມີການຕັດສິນໃຈມໍ່ໆນີ້.
ວັນທີ 29 ເມສາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ທ່ານ ນາງ ແມັກເດເລນາ ອັນເດິສສັນ ນາຍົກລັດຖະມົນຕີຂອງສະວິດ ເປີດເຜີຍວ່າ: ລັດຖະບານສະວິດບໍ່ມີແຜນຈະລົງປະຊາມະຕິຖ້າລັດຖະສະພາຕັດສິນສະໝັກເຂົ້າຮ່ວມເປັນສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ ຫລື ນາໂຕ (NATO).
ທັງນີ້, ສະວິດ ແລະ ຟິນແລນ ເລີ່ມມີແນວຄິດຈະເຂົ້າຮ່ວມເປັນສະມາຊິກນາໂຕ ຫລັງຈາກຣັດເຊຍສົ່ງກອງທັບເຂົ້າຮຸກຮານຢູເຄຣນ ເຊິ່ງໄດ້ບີບບັງຄັບໃຫ້ທັງສອງປະເທດຕ້ອງທົບທວນຈຸດຢືນຄວາມເປັນກາງທາງທະຫານວ່າຍັງເປັນວິທີດີທີ່ສຸດໃນການປົກປ້ອງຄວາມໝັ້ນຄົງຂອງປະເທດ ຫລື ບໍ່ ໂດຍຄາດວ່າການຕັດສິນໃຈຈະມີຂຶ້ນໃນມໍ່ໆນີ້.
ລັດຖະສະພາສະວິດກຳລັງທົບທວນນະໂຍບາຍດ້ານຄວາມໝັ້ນຄົງ ໂດຍຄາດວ່າຈະມີການເປີດເຜີຍລາຍງານອອກມາໃນກາງເດືອນພຶດສະພາ ໃນຂະນະທີ່ພັກໂຊຊຽວເດໂມແຄຣດ (Social Democrats) ເຊິ່ງເປັນພັກລັດຖະບານ ແລະ ມີສຽງສ່ວນຫລາຍໃນສະພາ ເຊິ່ງກ່ອນໜ້ານີ້ໄດ້ອອກມາຄັດຄ້ານການເຂົ້າຮ່ວມເປັນສະມາຊິກນາໂຕ ກຳລັງພິຈາລະນາວ່າຈະຍົກເລີກການຄັດຄ້ານດັ່ງກ່າວ.
ຂະນະດຽວກັນ, ທ່ານ ອູລ ຄຣິສເຕີສັນ ຜູ້ນຳພັກໂມເດິເຣດ (Moderates) ເຊິ່ງເປັນພັກຝ່າຍຄ້ານໃຫຍ່ທີ່ສຸດໃນສະພາສະວິດ ໄດ້ອອກມາປະຕິເສດສຽງຮຽກຮ້ອງໃຫ້ເຮັດປະຊາມະຕິເລື່ອງການເຂົ້າຮ່ວມນາໂຕ ໂດຍລະບຸວ່າ: “ຜູ້ມີສິດອອກສຽງຊາວສະວິດ ບໍ່ໄດ້ໄຮ້ດຽງສາກ່ຽວກັບພຶດຕິກຳຂອງຣັດເຊຍ ພວກເຂົາເຂົ້າໃຈສິ່ງທີ່ເກີດຂຶ້ນເມື່ອວັນທີ 24 ກຸມພາ ແລະ ມີຂໍ້ສະຫລຸບໃນໃຈຢູ່ແລ້ວ”.
ເຖິງຢ່າງໃດກໍຕາມ, ນາງ ນູຊີ ດັດໂກສຕາ ຈາກພັກຝ່າຍຊ້າຍ (Left Patry) ເຊິ່ງບໍ່ສະໜັບສະໜູນການເຂົ້າຮ່ວມນາໂຕ ຍັງຢືນຢັນວ່າ: ຊາວສະວິດມີສິດໃນການຕັດສິນໃຈເລື່ອງດັ່ງກ່າວ “ເລື່ອງນີ້ຕ້ອງຖາມຄວາມເຫັນຈາກປະຊາຊົນ ແລະ ຈະຕ້ອງໄດ້ຮັບການສະໜັບສະໜູນຢ່າງແຂງແຮງຕາມແນວທາງປະຊາທິປະໄຕ”.
ຂະນະທີ່ຜົນສຳຫລວດຄວາມຄິດເຫັນຫລ້າສຸດຂອງ Demoskop ເຊິ່ງໄດ້ຮັບການເຜີຍແຜ່ໃນວັນທີ 20 ເມສາຜ່ານມາ ພົບວ່າ: ຊາວສະວິດ 57% ເຫັນພ້ອມກັບການທີ່ປະເທດຈະເຂົ້າເປັນສະມາຊິກນາໂຕ ເພີ່ມຂຶ້ນຈາກ 51% ໃນເດືອນມີນາ.
ອ້າງອີງ:

