ກະຊວງປ້ອງກັນປະເທດ ຈະຈັດຫລາຍກິດຈະກໍາ ໃນການສະເຫລີມສະຫລອງ ວັນສ້າງກອງທັບປະຊາຊົນລາວ ຄົບຮອບ75 ປີ

ວັນທີ 5 ມັງກອນ 2024 ນີ້ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຖະເເຫລງຂ່າວຕໍ່ສື່ມວນຊົນວ່າ: ການຈັດຕັ້ງສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ  ຄົບຮອບ 75 ປີ ເເມ່ນດໍາເນີນໄປຕາມຄໍາສັ່ງເເນະນໍາຂອງຄະນະເລຂາທິການສູນກາງພັກ ເເລະ ເເຜນການທີ່ໄດ້ຕົກລົງເປັນເອກະພາບຮ່ວມກັນໃນທົ່ວກອງທັບ ເພື່ອເສີມຂະຫຍາຍມູນເຊື້ອ,ທາດເເທ້,ຜົນງານໄຊຊະນະອັນໃຫຍ່ຫລວງ,ວິລະກໍາອັນລໍ້າເລີດຂອງກອງທັບປະຊາຊົນລ່າວ ໃຫ້ທົ່ວປວງຊົນຮັບຮູ້ເຂົ້າໃຈ ເເລະໄດ້ຮັບການໂຄສະນາເຜີຍເເຜ່ຢ່າງກວ້າງຂວາງ ທົ່ວເຖີງ-ເລີກເຊີ່ງ ໂອກາດດຽວກັນນີ້ຕາງຫນ້າໃຫ້ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ຮຽກຮ້ອງມາຍັງສະມາຊິກພັກ,ບັນດາກະຊວງ,ສື່ມວນຊົນທຸກພາກສ່ວນ,ໃຫ້ການສະຫນັບສະຫນູນ ເເລະ ໃຫ້ການຮ່ວມມືເປັນຂະບວນການກວ້າງຂວາງຮັບຮູ້ເຂົ້າໃຈຕໍ່ໄຊຊະນະ ຜົນງານຂອງກອງທັບຕະຫລອດໄລຍະ 75 ປີ ເເລະ ອື່ນໆ.
ພົນໂທ ທອງລອຍ ສິລິວົງ ກ່າວຕື່ມວ່າ: ກ່ອນຫນ້ານີ້ ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດໄດ້ສໍາເລັດຫລາຍກິດຈະກໍາເພື່ອສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ ຄົບຮອບ 75 ປີ ໂດຍສະເພາະໄດ້ສ້າງເອກະສາທີ່ເປັນບ່ອນອີງ ກ່ຽວກັບການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ:
ສໍາເລັດການການຈັດຕັ້ງຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານໃຫ້ຜູ້ທີ່ເຮັດວຽກງານການເມືອງ, ພະນັກງານໂຄສະນາຢູ່ບັນດາກົມກອງກໍາລັງຫລວງ, ກໍາລັງທ້ອງຖີ່ນທົ່ວກອງທັບ, ປັບປຸງຮຽບຮຽງບົດປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 75 ປີ, ສໍາເລັດການເເຂ່ງຂັນສິລະປະວັນນະຄະດີທົ່ວກອງທັບ ໂດຍຈັດຕັ້ງເປັນ 5 ເຂດ, ມີ 55 ຫົວຫນ່ວຍກົມກອງເຂົ້າຮ່ວມ,
ສໍາເລັດ ການຕ້ອນຮັບ ເເລະ ນໍາພາຄະນະສິລະປະກອນກອງທັບປົດປ່ອຍປະຊາຊົນຈີນເຄື່ອນໄຫວສະເເດງມິດຕະພາບຢູ່ບາງກົມກອງເຂດໃຈກາງນະຄອນຫລວງວຽງຈັນ ເເລະ ເເຂວງວຽງຈັນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງພີມ ເເລະ ຕິດຕັ້ງປ້າຍໂຄສະນາຮູບພາບມູນເຊື້ອກອງທັບຢູ່ຕໍ່ໜ້າສໍານັກງານກະຊວງປ້ອງກັນປະເທດ, ວິທະຍາຄານໄກສອນ ພົມວິຫານ, ໂຮງຫມໍສູນກາງ103 ເເລະ ຢູ່ກອງພັນ233, ບັນດາສື່ມວນຊົນກອງທັບໄດ້ເຄື່ອນໄຫວເກັບກໍາຂ່າວ, ຂຽນບົດຄວາມ, ວຽກດີຄົນເດັ່ນ, ສໍາພາດປະຫວັດພະນັກງານປະຕິວັດອາວຸໂສ ໂຄສະນາຜ່ານລະບົບສື່ມວນຊົນກອງທັບຢ່າງຕໍ່ເນື່ອງ, ເປີດຂະບວນການເເຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ,
ສໍາເລັດ ການກໍ່ສ້າງປັບປຸງ ເເລະ ຈັດວາງພິພິທະພັນປະຫວັດສາດກອງທັບປະຊາຊົນລາວຄືນໃຫມ່ ຢ່າງເປັນລະບົບ, ມີຄວາມສວຍງາມ ເເລະ ທັນສະໄຫມ ພ້ອມທັງຈັດພິທິເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 13 ທັນວາ 2023 ຜ່ານມາ,
ສໍາເລັດ ການຄັດເລືອກຜົນງານຍ້ອງຍໍໃຫ້ກົມກອງລວມຫມູ່ ເເລະ ບຸກຄົນໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ພ້ອມທັງສໍາເລັດການຈັດເເຂ່ງຂັນກິລາມວນຊົນຢູ່ 5 ເຂດ, ກິລາຍີງປືນທະຫານຮາບ-ກໍາລັງໄຟດເເບກຫາບຢູ່ 6 ເຂດ, ຊີງຂັນລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມທັງຄັດເລືອກເອົາຕົວເເທນເເຕ່ລະເຂດເຂົ້າຮ່ວມເເຂ່ງຂັນກິລາກາຍຍະກໍາຢູ່ ນະຄອນຫລວງວຽງຈັນ ຕື່ມອີກ.
อาจเป็นรูปภาพของ 6 คน และ ข้อความ
ພາບຂ່າວ: ເດດອາລຸນ ແກ້ວວິໄລ