ປະຫວັດການເຄື່ອນໄຫວລະອຽດ ຂອງຜູ້ຕິດເຊື້ອໃໝ່ 93 ຄົນ (ກໍລະນີຢັ້ງຢືນທີ 511-604)

- ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 93 ຄົນ (ກໍລະນີຢັ້ງຢືນທີ 511-604)
ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຈະນຳສະເໜີລາຍລະອຽດຕື່ມ, ຂໍຮຽນເຊີນ:
- ກໍລະນີຢັ້ງຢືນທີ 518
- ເພດຊາຍ , ອາຍຸ 22 ປີ, ບ້ານ ວຽງສະຫວັນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
- ອາຊີບ: ສົ່ງເຄື່ອງອອນລາຍໃນນະຄອນຫຼວງວຽງຈັນ
- ພັກຢູ່ຄອບຄົວນຳກັນ 3 ຄົນ ແມ່, ນ້ອງຊາຍ ແລະ ຜູ້ກ່ຽວ, ສຳຜັດກັບໝູ່ທີ່ຕິດເຊື້ອຢູ່ຮ້ານ 8118 ຊື່ນ້ຳຝົນ
- ມີບໍ່ມີອາການຫຍັງ
- ກ່ອນປີໃໝ່ລາວໄດ້ເລາະສົ່ງເຄື່ອງໃນນະຄອນຫຼວງວຽງຈັນ
- ວັນທີ 14-16 ເມສາ 2021: ທ່ຽວປີໃໝ່ລາວຢູ່ບ້ານໝູ່ສີໄຄ ແລະ ໜອງດ້ວງ ມີໝູ່ຫຼາຍກ່ວາ 10 ປາຍຄົນ
- ວັນທີ 19 ເມສາ 2021: ໄປທ່ຽວຮ້ານຄາລາໂອເກະ 8118 ປະມານ 5-6 ຄົນກັບໝູ່ (ມີໝູ່ 1 ຄົນຕິດເຊື້ອ)
- ວັນທີ 23-26 ເມສາ 2021: ເລີ່ມກັກໂຕເພາະຮູ້ວ່າໝູ່ໄປນຳກັນຕິດເຊື້ອ
- ວັນທີ 24 ເມສາ 2021: ໄປເກັບຕົວຢ່າງຢູ່ ເດີ່ນກິລາ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີໝູ່ທີ່ໄປຄາລາໂອເກະ 5-6 ຄົນ ແລະ ແມ່ແລະ ນ້ອງ 2 ຄົນ
- ກໍລະນີຢັ້ງຢືນທີ 519
- ເພດຊາຍ, ອາຍຸ 33 ປີ ບ້ານ ຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
- ອາຊີບ: ພະນັກງານບໍລິສັດໄຟ້າລາວ, ຊັ້ນ 6 ໜອງບືກ ນະຄອນຫຼວງ, ພົວພັນກັບກໍລະນີ 193 (ເຮັດວຽກຢູ່ເທັກມາລີນາ) ທີ່ມາລົມກັບເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ຢູ່ໜ່ວຍ 87 ຜູ້ກ່ຽວມັກໄປຊື້ເຄື່ອງຢູ່ຮ້ານດັ່ງກ່າວ
- ມີໄຂ້ , ໄອມີຂີ້ກະເທີ ແລະ ມີນ້ຳມູກຍ້ອຍ ວັນທີ່ 27 ເມສາ 2021
- ຄອບຄົວຢູ່ 3 ຄົນມີ: ເມຍ ແລະ ລູກ 1,5 ປີ
- ວັນທີ 10ເມສາ 2021: ຍ້ອນຫຼັງໄປການປົກກະຕິ
- ວັນທີ 10-18 ເມສາ 2021: ໄປຫຼີ້ນປີໃໝ່ລາວຢູ່ບ້ານ ແກ່ງກຸ່ມ ເມືອງໂຂງ ຂີ່ລົດສ່ວນໂຕ ໄປກັບຄອບຄົວ
- ວັນທີ 20 ເມສາ 2021: ຕອນແລງໄປຮ້ານເຄື່ອງຍ່ອຍ ທີ່ພົວພັນກັບກໍລະນີທີ່ 193
- ວັນທີ 19-21 ເມສາ 2021: ໄປການປົກກະຕິ ຢູ່ໄຟ້າລາວ, ຊັ້ນ 6 ໜອງບືກ ນະຄອນຫຼວງ
- ວັນທີ 22-26 ເມສາ 2021: ບໍ່ໄດ້ໄປຫ້ອງການເພາະຮູ້ຂ່າວກໍລະນີທີ່ 193 ຕິດເຊື້ອ
- ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ, ມື້ໄປກວດກົດບັດ ATM ທະນາຄານການຄ້າ ຢູ່ໜ້າໂຮງໝໍເສດຖາ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຢູ່ເຮືອນຄອບຄົວດຽວກັນມີ 3 ຄົນ ມີ ພໍ່ແມ່ ລູກ
- ກໍລະນີຢັ້ງຢືນທີ 520
- ເພດຍີງ, ອາຍຸ 22 ປີ ບ້ານ ດົງຄຳຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ອາຊີບ: ຫວ່າງງານ
- ຕັນດັງ, ໄອມີຂີ້ກະເທີ ແຕ່ ວັນທີ່ 18 ເມສາ 2021
- ຢູ່ຫ້ອງແຖວ ກັບໝູ່2 ຄົນ, ໝູ່ໄປກວດຄືກັນ
- ວັນທີ 13 ເມສາ 2021: ໄປຫຼີ້ນບູດເບຍຢູ່ໄອເຕັກ, ປາຕີສະນ້ຳໄອເຕັກ
- ວັນທີ 17 ເມສາ 2021: ໄປກີນເຂົ້າຢູ່ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ 4 ຄົນ ແລະ ໄປກີນນຳກັນໃນກຸ່ມມີຜູ້ຕິດເຊື້ອຄືກັນໄດ້ໄປນອນຫ້ອງດຽວກັນພາຍຫຼັງໄປທ່ຽວມາເພາະເປັນໄຂ້ ໝູ່ໄປກວດວັນທີ່ 24 ເມສາ 2021 ແລະ ຮູ້ວ່າຕິດເຊື້ອ
- ວັນທີ 21-22 ເມສາ 2021: ຜູ້ກ່ຽວກັບໄປບ້ານຢູ່ບ້ານທ່າກົກໄຮ, ເມືອງປາກງື່ມ (ມີຄອບຄົວຢູ່ບ້ານ 5 ຄົນ, ພໍ່ແມ່, ແມ່ຕູ້, ຫຼານ ແລະ ອ້າຍ )
- ວັນທີ 22-25 ເມສາ 2021: ບໍ່ໄດ້ໄປໃສນອນຢູ່ຫ້ອງ
- ວັນທີ 26 ເມສາ 2021: ຮູ້ວ່າໝູ່ທີ່ມານອນນຳກັນຢູ່ຫ້ອງໃນຄືນວັນທີ່ 17 ຕິດເຊື້ອຈີ່ງ ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຢູ່ເຮືອນຄອບຄົວດຽວກັນມີ ຢູ່ບ້ານ 5 ຄົນ, ພໍ່ແມ່, ແມ່ຕູ້, ຫຼານ ແລະ ອ້າຍ ແລະ ໝູ່ນອນນຳກັນຜູ້ຍິງ 1 ຄົນ
- ກໍລະນີຢັ້ງຢືນທີ 521
- ເພດຊາຍ, ອາຍຸ 24 ປີ ບ້ານ ຄຳສະຫວາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
- ອາຊີບ: ພະນັກງານຮ້ານລ້າງອັດສີດ ຮ້ານ ຊ ໂຊກໄຊ ຂ້າງຕະຫຼາດໂນນຄໍ້
- ມີອາການເປັນໄຂ້, ໄອມີຂີ້ກະເທີ່ ເຈັບຫົວ ວັນທີ່ 25 ເມສາ
- ຢູ່ຮ້ານອັດສີດນຳກັນ 3 ຄົນ ແລະ ໝູ່ສາມຄົນເປັນໄຂ້ກ່ອນລາວຈະເປັນ
- ວັນທີ 15 ເມສາ 2021: ໄປທ່ຽວບ້ານໝູ່ຢູ່ບ້ານຮ່ອງສຸພາບ: ເມືອງໄຊເສດຖາ ກີນເຂົ້ານຳກັນຫຼາຍກ່ວາ 10 ຄົນ
- ວັນທີ 16 ເມສາ 2021: ໄປກີນເຂົ້າບ້ານໝູ່ ຢູ່ບ້ານໂພນເຄັ່ງ ປະມານ 6-7 ຄົນ
- ວັນທີ 17 -24 ເມສາ 2021: ເປີດຮ້ານອັດສີດປົກກະຕິ
- ວັນທີ 24 ເມສາ 2021: ໄດ້ປິດຮ້ານເພາະຢ້ານການລະບາດ ພະຍາດໂຄວິດ-19
- ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ, ພະນັກງານຢູ່ຮ້ານໄປກວດນຳກັນ 2 ຄົນ ແລະ ຍັງ 1 ຄົນບໍ່ໄດ້ໄປກວດ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ໝູ່ນອນນຳກັນ 3 ຄົນໃນຮ້ານອັດສີດ ແລະ ໝູ່ທີ່ກີນເຂົ້ານຳກັນ ຢູ່ບ້ານໂພນເຄັ່ງ, ບ້ານຮ່ອງສຸພາບ
- ກໍລະນີຢັ້ງຢືນທີ 522
- ເພດຍີງ, ອາຍຸ 23 ປີ ບ້ານ ໂຊກຄຳ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
- ອາຊີບ: ພະນັກງານຢູ່ໂພນເຄັງ ກອງສີນລະປະກອນກອງທັບໂພນເຄັງ
- ປັດຈຸບັນບັນພັກຢູ່ຫ້ອງແຖວກັບໝູ່ 2 ຄົນ ຢູ່ບ້ານຮ່ອງໄກ່ແກ້ວ, ໝູ່ທີ່ຢູ່ນຳກັນຕິດເຊື້ອ
- ມີອາການເປັນໄຂ້, ເມື່ອຍຕົນໂຕ, ໄອມີຂີ້ກະເທີ່, ຈາມ ວັນທີ 25 ເມສາ
- ວັນທີ 14-17 ເມສາ 2021: ຫຼີ້ນຢູ່ບ້ານກັບໝູ່ ບ້ານໂຊກຄຳ , ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນຄອບຄົວມີພໍ່ແມ່ ແລະ ອ້າຍນ້ອງ 4 ຄົນກັບຜູ້ກ່ຽວ
- ວັນທີ 19- 20 ເມສາ 2021: ໄປວຽກປົກກະຕິຢູ່ກອງສີນລະປະກອນກອງທັບໂພນເຄັງ ໃນຫ້ອງນອນຢູ່ກອງມີໝູ່ 4 ຄົນ
- ວັນທີ 27 ເມສາ 2021: ໄປຊື້ຂອງກີນຢູ່ຮ້ານ ບິກຊີແຖວທາດຫຼວງ
- ວັນທີ 21-26 ເມສາ 2021: ຜູ້ກ່ຽວບໍ່ໄດ້ໄປເຮັດວຽກ ຢູ່ໃນຫ້ອງບໍ່ໄດ້ອອກໄປໃສ, ໃຫ້ໝູ່ຊື້ໝີ່ກ່ອງມາໃຫ້ຢູ່ໜ້າຫ້ອງ
- ວັນທີ 26 ເມສາ 2021: ໄປເກັບຕົວຢ່າງ2 ຄັ້ງ , ຄັ້ງທີ່1 ແມ່ນວັນທີ່ 22 ເມສາ 2021 ຜົນກວດບໍ່ພົບເຊື້ອ ແຕ່ໄປກີນເຂົ້ານຳກັນໃນໝູ່ 9 ຄົນທີ່ໄປກວດຫາເຊື້ອນຳກັນ ແລະ ວັນທີ່ 25 ເມສາ 2021 ໄປເກັບຕົວຢ່າງອີກເພາະຜູ້ໄປເກັບນຳກັນຊຸດແລ້ວຕິດ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ໝູ່ນອນນຳກັນ 4 ຄົນໃນກອງລະຄອນ, ພໍ່ແມ່ອ້າຍນ້ອງ 3 ຄົນ ແລະ ໝູ່ທີ່ນອນນຳກັນຢູ່ຫ້ອງແຖວ
- ກໍລະນີຢັ້ງຢືນທີ 523
- ເພດຊາຍ , ອາຍຸ 32 ປີ ບ້ານ ດອນແດງ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ
- ອາຊີບ: ເຮັດບານປະຕູ ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ຮ້ານຂອງຜູ້ກ່ຽວມີພໍ່ແມ່ຄອບຄົວ ທັງໝົດ 11 ຄົນ ທີ່ຢູ່ໃນຮ້ານ
- ເປັນໝູ່ຢູ່ກັບກໍລະນີທີ່ 522
- ມີອາການ ໄອມີຂີ້ກະເທີ່ ວັນທີ່ 25 ເມສາ
- ວັນທີ 14-17 ເມສາ 2021: ຫຼີ້ນຢູ່ບ້ານກັບໝູ່ ບ້ານໂຊກຄຳ , ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນ
- ວັນທີ 16 ເມສາ 2021: ໄປເຮັດວຽກປົກກະຕິຢູ່ຮ້ານ ບ້ານດອນແດງ
- ວັນທີ 21-26 ເມສາ 2021: ຜູ້ກ່ຽວບໍ່ໄດ້ໄປເຮັດວຽກ ຢູ່ໃນຫ້ອງບໍ່ໄດ້ອອກໄປໃສ, ໃຫ້ໝູ່ຊື້ໝີ່ກ່ອງມາໃຫ້ຢູ່ໜ້າຫ້ອງ
- ວັນທີ 26 ເມສາ 2021: ໄປເກັບຕົວຢ່າງ2 ຄັ້ງ , ຄັ້ງທີ່1 ແມ່ນວັນທີ່ 22 ເມສາ 2021 ຜົນກວດບໍ່ພົບເຊື້ອ ແຕ່ໄປກີນເຂົ້ານຳກັນໃນໝູ່ 9 ຄົນທີ່ໄປກວດຫາເຊື້ອນຳກັນ ແລະ ວັນທີ່ 25 ເມສາ 2021 ໄປເກັບຕົວຢ່າງອີກເພາະຜູ້ໄປເກັບນຳກັນຊຸດແລ້ວຕິດ
- ວັນທີ 27 ເມສາ 2021: ໄປຊື້ຂອງກີນຢູ່ຮ້ານ ບິກຊີແຖວທາດຫຼວງ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີຄອບຄົວພໍ່ແມ່ 11 ຄົນ ແລະ ແຟນເປັນກໍລະນີທີ່ 522
- ກໍລະນີຢັ້ງຢືນທີ 524
- ເພດຊາຍ , ອາຍຸ 19 ປີ ບ້ານ ໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
- ອາຊີບ: ນັກຮຽນ ໂຮງຮຽນແສງສະຫວັດ, ປັດຈຸບັນນອນຢູ່ສູນຫ້ວຍຫົງ
- ພັກຢູ່ບ້ານອາພາດເມັນຂອງຕົນເອງ ຊື່ ອາພາດເມັນ 3 Y ປະມານ 10 ກ່ວາຫ້ອງ ແລະ ບໍ່ໄດ້ໃກ້ຊິດກັບຫ້ອງອື່ນ ບໍ່ມີແມ່ບ້ານອະນາໄມ ຜູ້ກ່ຽວຢູ່ກັບໝູ່ 3 ຄົນ
- ມີອາການ ເປັນຫວັດ, ຕັນດັງ, ໄອແຫ້ງ ອອກຮ້ອນ-ໜາວ ວັດແທກອຸນຫະພູມບໍ່ຂື້ນ ວັນທີ່ 25 ເມສາ
- ວັນທີ 10-17 ເມສາ 2021: ປີໃໝ່ລາວໄປທ່ຽວຢູ່ບ້ານຢູ່ເມືອງແກ່ນທ້າວ, ແຂວງໄຊຍະບູລີ
- ວັນທີ 18 ເມສາ 2021: ກັບມານະຄອນຫຼວງວຽງຈັນ
- ວັນທີ 19 ຫຼື ວັນທີ່ 20 ເມສາ 2021: ໄປທ່ຽວຮ້ານຄາລາໂອເກະ 8118 ປະມານ 4-5 ຄົນກັບໝູ່
- ວັນທີ 20-26 ເມສາ 2021: ເລີ່ມກັກໂຕເພາະຮູ້ວ່າສ່ຽງ ແລະ ໄປຕະຫຼາດໂພນຕ້ອງຈອມມະນີໄປຊີ້ຂອງກີນ ໃສ່ຜ້າປິດປາກ-ດັງ
- ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ ມສ ລາວ-ຫວຽດ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີໝູ່ທີ່ໄປຄາລາໂອເກະ 4-5 ຄົນ ແລະ ນອນນຳກັນ
- ກໍລະນີຢັ້ງຢືນທີ 525
- ເພດຊາຍ, ອາຍຸ 22ປີ ບ້ານ ສະພັງໝໍ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
- ອາຊີບ ພະນັກງານ ບໍລິສັດ ລາວອາຊຽນ
- ມີອາການ ຄັນຄໍ ບໍ່ຮູ້ກິ່ນ
- ພົວພັນຜູ້ຕິດເຊື້ອ ກໍລະນີ 258
- 10 ເມສາ 2021: ກິນລ້ຽງຢູ່ຫ້ອງການ
- 11-13 ເມສາ 2021: ຢູ່ບ້ານບໍ່ໄດ້ໄປໃສ
- 14 ເມສາ 2021: ໄປກິນເບຍກັບຫມູ່ຢູ່ບ້ານອາກາດ ຈຳນວນຄົນນັບບໍ່ໄດ້ ຕັ້ງແຕ່ປາກຮ່ອມເຂົ້າໄປຫາບ້ານ
- ວັນທີ 15 ເມສາ 2021: ໄປກັບຫມູ່ຢູ່ຫ້ອງການ ບໍລິສັດລາວອາຊຽນ ຢູ່ບ້ານອາມອນ ມີປະມານ6ຄົນ
- ວັນທີ 16 ເມສາ 2021: ໄປກິນເບຍນຳອ້າຍຮັກຢູ່ທາດຫລວງ ຮ່ອມຫລັງວັດ
- ວັນທີ 19-24 ເມສາ 2021:ໄປການປົກະຕິ ໃສ່ຜ້າອັດປາກ24
- ວັນທີ 26 ເມສາ 2021: ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
- ວັນທີ 27-28 ເມສາ 2021: ກັກໂຕຢູ່ບ້ານ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຢູ່ເຮືອນຄອບຄົວດຽວກັນມີ 5 ຄົນ ມີ ພໍ່ແມ່, ອ້າຍ ນ້ອງສາວ (ແຍກອອກມາຢູ່ບ້ານອີກຫລັງຫນຶ່ງຄົນດຽວນັບແຕ່ວັນທີ 15 ເມສາ 2021 ເປັນຕົ້ນມາ)
- ກໍລະນີຢັ້ງຢືນທີ 526
- ເພດຍີງ, ອາຍຸ 7ປີ ບ້ານ ສ້າງເຫວີຍ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
- ອາຊີບ ນັກຮຽນ ຢູ່ໂຮງຮຽນອະນຸບານ-ປະຖົມຂຸນນະວົງ ຢູ່ໂພນປາເປົ້າ
- ຜູ້ກ່ຽວບໍ່ມີອາການ
- ຕິດເຊື້ອຈາກແມ່ຜູ້ກ່ຽວ ບໍ່ຈື່ເລກທີກໍລະນີ (ເປັນຫມູ່ຂອງຫມູ່ເບີ 59)
- ວັນທີ 10-14 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ
- ວັນທີ 15 ເມສາ 2021: ກິນລ້ຽງນຳແມ່ຢູ່ເຮືອນຫມູ່ຢູ່ບ້ານສົບປາຫລວງ
- ວັນທີ 16 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ
- ວັນທີ 18 ເມສາ 2021: ຕອນແລງໄປຊື້ເຄັກຢູ່ຮ້ານແສງຕາວັນ ບ້ານສະພານທອງ
- ວັນທີ 19 ເມສາ 2021: ໄປໂຮງຮຽນປົກກະຕິ
- ວັນທີ 19-28 ເມສາ 2021: ໄປຫລີ້ນແລະນອນນຳລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ
- ວັນທີ 26 ເມສາ 2021: ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
- ວັນທີ 27-28 ເມສາ 2021: ຢູ່ເຮືອນນຳປ້າແລະລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຢູ່ເຮືອນຄອບຄົວດຽວກັນຢູ່ບ້ານສ້າງເຫວີຍມີ 4 ຄົນ ມີ ພໍ່ຕູ້ ແມ່ຕູ້, ແມ່ ແລະຜູ້ກ່ຽວ
- ຄອບຄົວປ້າລຸງຢູ່ດົງສະຫວາດ ມີ6ຄົນ
- ກໍລະນີຢັ້ງຢືນທີ 527
- ເພດຍີງ, ອາຍຸ 21ປີ ບ້ານ ດອນນົກຄຸ້ມ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
- ອາຊີບ ຄ້າຂາຍອອນລາຍ
- ມີອາການ ໄຂ້ ໄອແຫ້ງ ຄັນດັງ ເຈັບຄໍ
- ພົວພັນຜູ້ຕິດເຊື້ອ (ບໍ່ຈື່ເລກກໍລະນີ)
- 10 ເມສາ 2021: ໄປຫລີ້ນວອັດຄັບນຳໝູ່4ຄົນ
- 11-13 ເມສາ 2021: ພັກຜ່ອນຢູ່ບ້ານດອນນົກຄຸ້ມ
- 14 ເມສາ 2021: ໄປວັນເກີດຫມູ່ຂອງໝູ່ຢູ່ເມືອງໝື່ນ ແຂວງວຽງຈັນ ມີຢູ່ປະມານ8ຄົນ ແລະໄປຫລີ້ນນຳຫມູ່ ບ້ານ ໂນນໄຮ ເມືອງໝື່ນ ແຂວງວຽງຈັນ ມີປະມານ 10ຄົນ
- ວັນທີ 15 ເມສາ 2021: ໄປຫລີ້ນຢູ່ບ້ານຫມູ່ຜູ້ຕິດເຊື້ອ (ບໍ່ຈື່ກໍລະນີທີ່ເທົ່າໃດ) ຢູ່ບ້ານເມືອງໝື່ນ ແຂວວຽງຈັນ
- ວັນທີ 16 ເມສາ 2021: ສູ່ຂວັນຢູ່ບ້ານຕົນເອງ ເມືອງໝື່ນ ແຂວງວຽງຈັນ ຈຳນວນຫລາຍຄົນບໍ່ຈື່ຈຳນວນ
- ວັນທີ 17 ເມສາ 2021 ກັບບ້ານໂດຍຂີ່ລົດຕູ້ໂດຍສານສາຍເຫນືອ ບໍ່ຈື່ທະບຽນລົດ ບໍ່ຈື່ຈຳນວນຄົນ
- ວັນທີ 18 ເມສາ 2021 ໄປສະຜົມຢູ່ຮ້ານເສີມສວຍຢູ່ແຖວຕະຫລາດດົງຄຳຊ້າງ
- ວັນທີ 19 ເມສາ 2021: ໄປສີດປາກຄີນິກເສີມຄວາມງາມ ຢູ່ແຖວໂພນຕ້ອງ ບໍ່ຈື່ຊື່ຄີນິກ ໃຊ້ເວລາປະມານ30ນາທີ
- ວັນທີ 20 ເມສາ 2021 ນອນຜັກຜ່ອນຢູ່ເຮືອນຢູ່ບ້ານດອນນົກຄຸ້ມ
- ວັນທີ 21 ເມສາ 2021 ໄປສີດຜິວຢູ່ຄີນິກ ໂພນຕ້ອງ ປະມານ10ນາທີ
- ວັນທີ 23 ເມສາ 2021 ໄປລໍຖ້າກວດ ແຕ່ຄົນເຕັມເລີຍກັບມາ
- ວັນທີ 24-25 ເມສາ 2021 ພັກຜ່ອນຢູ່ບ້ານ
- ວັນທີ 26 ເມສາ 2021: ເອື້ອຍຮັກມາຮັບໄປກວດກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ ແລະ ໄດ້ແວ່ຮ້ານຄ້າໂຊກໄຊດອນນົກຄຸ້ມ 10ນາທີ ແລ້ວກັບບ້ານເລີຍ
- ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
- ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ເຊົ່າຢູ່ຫ້ອງແຖວນຳຫມູ່ 3ຄົນ
- ຢູ່ເຮືອນຄອບຄົວດຽວກັນມີ 3 ຄົນ ມີ ພໍ່ແມ່ ແລະ ຜູ້ກ່ຽວ (ບ້ານເມືອງໝື່ນ ແຂວງວຽງຈັນ)

