PEC ກ່າວວ່າ: ນັກຂ່າວຖືກສັງຫານສູງເປັນປະຫວັດສາດໃນປີ 2023

ວັນທີ 3 ມັງກອນ, ອົງກອນ Press Emblem Campaign ເຊິ່ງຕັ້ງຢູ່ໃນນະຄອນເຈນີວາ ປະເທດສະວິດ ເປີດເຜີຍຈໍານວນນັກຂ່າວຖືກສັງຫານສູງເປັນປະຫວັດສາດໃນປີຜ່ານມາ ສົ່ງຜົນໃຫ້ປີ 2023 ເປັນປີທີ່ອັນຕະລາຍຮ້າຍແຮງທີ່ສຸດໃນຮອບທົດສະວັດສໍາລັບແຮງງານຂະແໜງສື່.

Press Emblem Campaign ລະບຸວ່າ: ມີນັກຂ່າວຖືກຂ້າ 140 ຄົນໃນປີ 2023 ໂດຍໃນຈໍານວນນີ້ພົບຢູ່ຕາເວັນອອກກາງ 90 ຄົນ, ຮອງລົງມາແມ່ນອາເມລິກາລາຕິນ 20 ຄົນ, ອາຊີ 12 ຄົນ, ອາຟຣິກາ 11 ຄົນ, ເອີຣົບ 4 ຄົນ ແລະ ອາເມລິກາເໜືອ 3 ຄົນ.

ສ່ວນໄລຍະສາມເດືອນສຸດທ້າຍຂອງປີ 2023 ມີນັກຂ່າວຖືກສັງຫານສະເລ່ຍ 1 ຄົນຕໍ່ວັນຢູ່ກາຊາ ແລະ ເສຍຊີວິດແລ້ວຢ່າງໜ້ອຍ 81 ຄົນຢູ່ເຂດກາຊາ ນັບແຕ່ວັນທີ 7 ຕຸລາ.

Press Emblem Campaign ເປັນອົງກອນພັດທະນາເອກະຊົນ, ສ້າງຕັ້ງໃນເດືອນມິຖຸນາ 2004 ໂດຍກຸ່ມນັກຂ່າວນາໆຊາດ ມີຈຸດປະສົງເພື່ອສົ່ງເສີມການຄຸ້ມຄອງທາງກົດໝາຍ ແລະ ຄວາມປອດໄພນັກຂ່າວໃນພື້ນທີ່ຄວາມຂັດແຍ່ງ, ພື້ນທີ່ທີ່ເກີດຄວາມບໍ່ສະຫງົບ ຫລື ໃນພາລະກິດອັນຕະລາຍ.