ອິນໂດເນເຊຍອະນຸມັດ ວັກຊີນ “ໂນວາແວກ” ເປັນປະເທດທຳອິດຂອງໂລກ

ວັກຊີນໂນວາແວກໄດ້ຮັບອະນຸມັດນຳໃຊ້ໃນອິນໂດເນເຊຍເປັນປະເທດທຳອິດໃນໂລກ, ຄາດວ່າເລີ່ມຈັດສົ່ງໄດ້ມໍ່ໆນີ້.

ວັນທີ 1 ພະຈິກ 2021, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: ວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດໂປຣຕີນໄຊຢູນິດຂອງ ໂນວາແວກ (Novavax) ໄດ້ຮັບການອະນຸມັດໃຫ້ນຳໃຊ້ເປັນກໍລະນີສຸກເສີນໃນອິນໂດເນເຊຍແລ້ວ.

ການອະນຸມັດຄັ້ງນີ້ເຮັດໃຫ້ອິນໂດເນເຊຍກາຍເປັນປະເທດທຳອິດຂອງໂລກທີ່ອະນຸມັດວັກຊີນຍີ່ຫໍ້ດັ່ງກ່າວ. ຂະນະທີ່ຜູ້ພັດທະນາວັກຊີນໄດ້ຍື່ນຂໍອະນຸມັດເປັນກໍລະນີສຸກເສີນໃນອັງກິດ, ຟີລິບປິນ, ອິນເດຍ, ການາດາ ແລະ ເອີຣົບແລ້ວເຊັ່ນກັນ.

ສຳລັບວັກຊີນໂນວາແວກທີ່ໃຊ້ໃນອິນໂດເນເຊຍ ຈະເປັນຊະນິດທີ່ຜະລິດຈາກສະຖາບັນເຊຣຳແຫ່ງອິນເດຍ ໂດຍຈະໃສ່ຊື່ຕາມຍີ່ຫໍ້ຂອງຜູ້ຜະລິດວ່າ ໂຄວາແວກ (Covavax) ແລະ ຄາດວ່າຈະໄດ້ຮັບວັກຊີນຊຸດທຳອິດໃນມໍ່ໆນີ້.

ຕາມລາຍງານລະບຸວ່າ: ອິນໂດເນເຊຍມີການສັ່ງຈອງວັກຊີນໂນວາແວກໄປແລ້ວ 20 ລ້ານໂດສໃນປີນີ້.

ໂນວາແວກ ແລະ ສະຖາບັນເຊຣຳແຫ່ງອິນເດຍ ປະກາດໄວ້ກ່ອນໜ້ານີ້ວ່າ: ຈະສົ່ງມອບວັກຊີນເຂົ້າໂຄງການໂຄແວກ (COVAX) ຫລາຍກວ່າ 1,1 ພັນລ້ານໂດສ ໂດຍຈະເລີ່ມຈັດສົ່ງພາຍໃນປີນີ້ ຖ້າໄດ້ຮັບອະນຸມັດເປັນກໍລະນີສຸກເສີນຈາກອົງການອະນາໄມໂລກ (WHO).

ວັກຊີນໂນວາແວກມີຊື່ຢ່າງເປັນທາງການວ່າ: NVX-CoV2373 ເປັນວັກຊີນຊະນິດໂປຣຕີນໄຊຢູນິດ ມີປະສິດທິພາບໃນການປ້ອງກັນອາການປ່ວຍຂັ້ນປານກາງ-ຮຸນແຮງໂດຍລວມຢູ່ທີ່ 90,4% ໃນການທົດລອງໄລຍະທີ 3 ໃນອາເມລິກາ.

ອ້າງອີງ:

https://www.reuters.com/…/novavax-covid-19-vaccine…/