ສະຫະລັດ ຍິນດີຍົກເລີກທຸກການລົງໂທດຕໍ່ຂະແໜງນໍ້າມັນຂອງອີຣານ

ວັນທີ 23 ມິຖຸນານີ້ ອີຣານ ປະກາດວ່າ: ສະຫະລັດຍິນດີທີ່ຈະຍົກເລີກທຸກການລົງໂທດຕໍ່ຂະແໜງການນໍ້າມັນ ແລະ ການຂົນສົ່ງທາງທະເລ ຂອງອີຣານ
ສຳນັກຂ່າວຈາກ ຣອຍເຕີ ອ້າງຄຳເຫັນຂອງທ່ານ Mahmoud Vaezi ຫົວໜ້າຫ້ອງການປະທານປະເທດຂອງ ອີຣານ ວ່າ ເຕເຮຣານ ແລະ ວໍຊີງຕັນ ໄດ້ບັນລຸຂໍ້ຕົກລົງຍົກເລີກການລົງໂທດຕໍ່ຂະແໜງການນໍ້າມັນ, ການຮັບປະກັນ ແລະ ການຂົນສົ່ງທາງທະເລ ທີ່ລັດຖະບານປະທານາທິບໍດີ ໂດນັລທຣຳ ປະກາດໃຊ້ທີ່ຜ່ານມາ.
ທ່ານ Vaezi ຍັງໃຫ້ຮູ້ເພີ່ມເຕີມວ່າ ນອກຈາກນັ້ນ ສະຫະລັດຍັງຍິນດີຈະຖອນລາຍຊື່ພະນັກງານລະດັບສູງຈຳນວນໜຶ່ງຂອງ ອີຣ່ານ ອອກຈາກບັນຊີດຳອີກດ້ວຍ. ທ່ານກ່າວວ່າ: “ມາດຕະການລົງໂທດຕໍ່ ອີຣານ ປະມານ 1.040 ຂໍ້ໃນສະໃໝຂອງ ທຣຳ ນັ້ນຈະຖືກຍົກເລີກທັງໝົດ ພ້ອມດຽວກັນ ກໍຍິນດີຍົກເລີກການລົງໂທດຕໍ່ບຸກຄົນ ແລະ ສະມາຊິກທີ່ໃກ້ສິດກັບການນຳລະດັບສູງຂອງ ອີຣານ ຕື່ມອີກ”

