ລັດຖະມົນຕີ ກະຊວງສາທາ ຕິດຕາມກວດກາ ຄວາມຕ້ອງການໃນການປັບປຸງ – ກໍ່ສ້າງໂຄງລ່າງພື້ນຖານຂອງໂຮງໝໍແຂວງຈຳປາສັກ
ວັນທີ 31 ທັນວາ 2023ຜ່ານມາ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍແຂວງຈຳປາສັກ ເພື່ອຊຸກຍູ້ຕິດຕາມກວດກາເບິ່ງຄວາມຕ້ອງການໃນການປັບປຸງ – ກໍ່ສ້າງໂຄງລ່າງພື້ນຖານຂອງໂຮງໝໍແຂວງ ,
ທ່ານ ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍແຂວງ ລາຍງານຂໍ້ມູນໂຄງສ້າງພື້ນຖານຂອງໂຮງໝໍແຂວງ ໂດຍຍົກໃຫ້ເຫັນແຜນຜັງລວມຂອງໂຮງໝໍແຂວງ,ພາບຖ່າຍທາງອາກາດ ແລະ ການບໍລິ ການດ້ານການແພດໃນຕຶກຕ່າງໆ; ຂໍ້ມູນການເຄື່ອນໄຫວດ້ານວິຊາການ, ການບໍລິການປິ່ນປົວຄົນເຈັບ ລວມທັງຄົນເຈັບກວດເຂດນອກ, ຄົນເຈັບນອນໂຮງໝໍ, ອັດຕາການເສຍຊີວິດ, ອັດຕາການນໍາໃຊ້ຕຽງ, ຕົວເລກຕິດພັນກັບຄວາມຕ້ອງການຂະຫຍາຍຕຶກ ແລະ ຄວາມຕ້ອງການໃນການປັບປຸງ – ກໍ່ສ້າງໂຄງລ່າງພື້ນຖານຂອງໂຮງໝໍແຂວງ, ຈຸດທີ່ຈະກໍ່ສ້າງຕຶກໃໝ່ ເຊິ່ງມີບາງອົງການຈັດຕັ້ງສາກົນຈະໃຫ້ທຶນຊ່ວຍເຫລືອ ໃນການກໍ່ສ້າງ ໂດຍສະເພາະແມ່ນ ອົງການຮ່ວມມືສາກົນ ຍີ່ປຸ່ນ ຫຼື JICA ແລະ ທະນາຄານ ພັດທະນາ ອາຊີ ຫຼື ADB.
ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍຄະນະພັກ – ຄະນະອໍານວຍການ ແລະ ຊ່ຽວແພດໝໍ ໂຮງໝໍແຂວງ ທີ່ມີແນວຄວາມຄິດ ແລະ ສ້າງແຜນວາດໃນການກໍ່ສ້າງຕຶກໂຮງໝໍແຂວງຫຼັງໃໝ່ ເພື່ອຮັບໃຊ້ໃນການບໍລິການປິ່ນປົວຄົນເຈັບ. ສໍາລັບການຮັບທຶນຊ່ວຍເຫລືອຈາກອົງການຈັດຕັ້ງສາກົນຕ່າງໆ ນັ້ນ ເຫັນດີເປັນເອກະພາບນໍາ, ແຕ່ຂໍໃຫ້ຄະນະພັກ – ຄະນະນໍາໂຮງໝໍແຂວງ ເອົາໃຈໃສ່ພິຈາລະນາຄົ້ນຄວ້າເລືອກເຟັ້ນ ວ່າ ອົງການໃດມີຄວາມເໝາະສົມ ແລະ ຂັ້ນຕອນໃນການໃຫ້ທຶນບໍ່ມີຄວາມຫຍຸ້ງຍາກ ເພື່ອຄວາມສະດວກໃນເວລາຈັດຕັ້ງປະຕິບັດຕົວຈິງ ໂອກາດນີ້ ທ່ານພ້ອມຄະນະ ຍັງໄດ້ເຄື່ອນໄຫວຕິດຕາມກວດກາ ເບິ່ງຈຸດທີ່ວາງແຜນຈະກໍ່ສ້າງຕຶກໃໝ່ ຕື່ມອີກ.

