ໂຈນລັກເຂົ້າເຮືອນປະຊາຊົນ ງັດຕູ້ເຊບ ແລະ ຄົ້ນເຄື່ອງເຮືອນ ເອົາສິ່ງຂອງມີຄ່າໄປ

ເກີດເຫດໂຈນລັກເຂົ້າເຮືອນປະຊາຊົນ ງັດຕູ້ເຊບ ແລະ ຄົ້ນເຄື່ອງເຮືອນ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ວັນທີ 31 ທັນວາ 2023 ນີ້ ເຈົ້າຂອງເຮືອນໄດ້ໂພສໃນເຟສບຸກສ່ວນໂຕວ່າ: ເຫດການດັ່ງກ່າວແມ່ນອາດຈະເກີດຂຶ້ນຊ່ວງຕອນບ່າຍຂອງວັນທີ 30 ທັນວາ 2023 ເພາະຊ່ວງເວລານັ້ນແມ່ນບໍ່ມີຄົນຢູ່ເຮືອນ ທຸກຄົນໃນຄອບຄົວໄດ້ພາກັນອອກໄປເມືອງເຟືອງ, ຫລັງຈາກກັບມາແມ່ນເຫັນສະພາບເຮືອນຖືກງັດ ແລະ ຄົ້ນກະແຈກກະຈາຍໄປໝົດ ແລະ ໂຈນໄດ້ຖິ້ມໝວກປະໄວ້ເປັນຫລັກຖານ. ສ່ວນຄວາມເສຍຫາຍແມ່ນກຳລັງຮວບໂຮມຢູ່.
ໄລຍະນີ້ເປັນສະເຫລີມສະຫລອງສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 ຂໍໃຫ້ທຸກຄົນລະມັດລະວັງຕົວກຸ່ມຄົນບໍ່ດີມັກສວຍໃຊ້ໂອກາດຊ່ວງນີ້ເຄື່ອນໄຫວລັກຊັບຢູ່ຕາມເມືອງຕ່າງໆ.

