ຍອດຜູ້ຕິດເຊື້ອໂຄວິດຢູ່ສິງກະໂປ ທະລຸ 6.588 ຄົນສູງສຸດໃນອາຊຽນ

ກະຊວງສາທາລະນະສຸກສິງກະໂປລາຍງານວ່າ: ໃນວັນທີ 19 ເມສານີ້, ພົບຜູ້ຕິດເຊື້ອໂຄວິດເພີ່ມ 596 ຄົນ ສົ່ງຜົນໃຫ້ສິງກະໂປມີຍອດຜູ້ຕິດເຊື້ອສະສົມເປັນ 6.588 ຄົນ, ເຊິ່ງເປັນຈຳນວນສູງທີ່ສຸດໃນປະເທດອາຊຽນ ແລະ ແຊງໜ້າອິນໂດເນເຊຍ ທີ່ມີຜູ້ຕິດເຊື້ອສະສົມ 6.575 ຄົນ.

ຖະແຫລງການລະບຸວ່າ: ຈາກຜູ້ຕິດເຊື້ອ 596 ຄົນ ມີພຽງ 25 ຄົນເທົ່ານັ້ນທີ່ເປັນຄົນສິງກະໂປ ຫລື ຜູ້ພັກອາໄສຢູ່ຖາວອນ. ທັງນີ້ເລີ່ມຕັ້ງແຕ່ທ້າຍເດືອນມີນາຜ່ານມາ, ສິງກະໂປພົບການຕິດເຊື້ອພາຍໃນປະເທດຫລາຍຂຶ້ນ ໂດຍສະເພາະກຸ່ມແຮງງານຕ່າງປະເທດທີ່ມາພັກອາໄສຢູ່ຮ່ວມກັນໃນຫໍພັກ ຈຶ່ງສົ່ງຜົນໃຫ້ເກີດຄວາມຍາກລຳບາກໃນການສະກັກກັ້ນການແຜ່ລະບາດໂຄວິດ-19.

ພ້ອມນີ້, ລັດຖະບານສິງກະໂປໄດ້ປະກາດເຂັ້ໝງວດການເຂົ້າປະເທດ, ການໃສ່ໜ້າກາກອະນາໄມ ແລະ ທຸ້ມເງິນຫລາຍພັນລ້ານໂດລາເຂົ້າສູ່ລະບົບເສດຖະກິດຕະຫລອດຈົນສັ່ງປິດກິດຈະການບາງສ່ວນເປັນເວລາ 1 ອາທິດເພື່ອປ້ອງກັນການແຜ່ລະບາດໂຄວິດ-19.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ