ລັດຖະບານຮັບຮອງເອົາການຄົ້ນຄວ້ານະໂຍບາຍອຸດໜູນເງິນເດືອນຂັ້ນຕ່ຳ ແກ່ພະນັກງານ-ລັດຖະກອນ ແລະ ຄ່າແຮງງານຂັ້ນຕ່ຳ ແກ່ແຮງງານ-ກຳມະກອນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກໍລະກົດ 2023 ໄດ້ດຳເນີນໃນວັນທີ 24-25 ກໍລະກົດ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ແບບເຊິ່ງໜ້າ ແລະຜ່ານກອງປະຊຸມທາງໄກ ເພື່ອຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນການ ຂອງເດືອນສິງຫາ 2023.
ກອງປະຊຸມ,ໄດ້ປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນໂດຍສະເພາະແມ່ນ: ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດລາຍງານການຄົ້ນຄວ້າ ນະໂຍບາຍອຸດໜູນເງິນເດືອນຂັ້ນຕ່ຳ ແກ່ພະນັກງານ-ລັດຖະກອນ ແລະ ຄ່າແຮງງານຂັ້ນຕ່ຳ ແກ່ແຮງງານ-ກຳມະກອນ ແລະ ໂດຍມອບໃຫ້ກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກະຊວງການເງິນ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ກວດກາຂໍ້ມູນລະອຽດບັນຊີຈຳນວນພົນ ທີ່ຢູ່ໃນເປົ້າໝາຍການປະຕິບັດນະໂຍບາຍ ແລະ ໄລ່ລຽງຄວາມສາມາດ ທາງດ້ານງົບປະມານ ໃນການປະຕິບັດນະໂຍບາຍດັ່ງກ່າວ ໃຫ້ມີຄວາມລະອຽດ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິ ບັດໄດ້.
ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດ ມະຕິຕົກລົງ ຂອງລັດຖະບານ ສະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023 ໂດຍສະເພາະ ການສັງລວມ, ກວດກາບັນດາຂໍ້ມູນ ທີ່ຕິດພັນກັບຄວາມຕ້ອງການຄູສອນ ເພື່ອຮັບປະກັນຄວາມສາມາດໃນການຕອບສະໜອງງົບປະມານ ໃນການປະຕິບັດນະໂຍບາຍດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

