ຈີນກ່າວເຕືອນວ່າ: ໂຣກປອດອັກເສບຈະອັນຕະລາຍກວ່າ ໂຄວິດ-19 ກຳລັງລະບາດຢູ່ Kazakhstan

ເອກອັກຄະລັດຖະທູດຈີນກ່າວເຕືອນພົນລະເຮືອນຂອງຕົນຢູ່ ກາຢັກສະຖານ (Kazakhstan) ວ່າ: “ໂຣກປອດອັກເສບເຮັດໃຫ້ຄົນເສຍຊີວິດ ໂດຍບໍ່ຮູ້ສາເຫດ”.

ທ່ານທູດກ່າວອີກວ່າ: “ອັດຕາການເສຍຊີວິດຈາກພະຍາດດັ່ງກ່າວ ແມ່ນສູງກວ່າພະຍາດ ໂຄວິດ-19. ວົງການການແພດ ກາຢັກສະຖານ ກຳລັງຄົ້ນຄວ້າສົມທຽບໄວຣັດອັກເສບປອດນີ້ຢູ່, ແຕ່ບໍ່ທັນມີຜົນ”.

ກາຢັກສະຖານ ລາຍງານວ່າ: ໃນ 6 ເດືອນຕົ້ນປີນີ້ ມີຜູ້ເສຍຊີວິດຈາກພະຍາດອັກເສບປອດ 1.772 ຄົນ, ໃນນັ້ນ ເສຍຊີວິດຢູ່ໃນເດືອນມີຖຸນານີ້ 628 ຄົນ, ໃນນັ້ນທີທັງພົນລະເຮືອນຊາວຈີນລວມຢູ່ນຳ. ທ່ານ Saule Kisikova ຫົວໜ້າທີມແພດໃນນະຄອນ Astana ໃຫ້ຮູ້ວ່າ: ແຕ່ລະມື້ມີປະມານ 300 ຄົນທີ່ຕິດເຊື້ອໄວຣັດປອດອັກເສບປອດ ແລະ ໄດ້ເຂົ້າໂຮງໝໍ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnexpres)