ສະພາແຫ່ງງາດ ຈັດກອງປະຊຸມຝຶກອົບຮົມ ຍົກສູງຂີດຄວາມສາມາດ ໃຫ້ແກ່ ສສຊ ແລະ ສສຂ 3 ແຂວງ

ວັນທີ 18 ທັນວາ 2023 ໄດ້ຈັດ ກອງປະຊຸມຝຶກອົບຮົມຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການຕິດຕາມ, ກວດກາຂົງເຂດວຽກງານຍຸຕິທຳ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ວຽກງານຂອງອົງການກວດສອບ ຢູ່ທີ່ແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ໂດຍມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ດໍາເນີນວັນທີ 18-19 ທັນວາ 2023 ຊຶ່ງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມ ຈະໄດ້ສຸມໃສ່ຄົ້ນຄວ້າໃນ 3 ຫົວຂໍ້ ຄື:
1. ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕໍ່ກັບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ສະເໜີໂດຍທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ,
2. ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ສະເໜີໂດຍ ທ່ານ ພອນແກ້ວ ຕົ້ນວໍລະຈິດ ຫົວໜ້າກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ, ກຳມາທິການກົດໝາຍ,
3. ການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາ ສະເໜີໂດຍ ທ່ານ ນາງ ກັນທິນາ ປ້ານອິນຫວນ, ຫົວໜ້າກົມຕິດຕາມກວດກາວຽກງານຍຸຕິທໍາ, ກໍາມາທິການຍຸຕິທຳ.
ຈຸດປະສົງຂອງກອງປະຊຸມຝຶກອົບຮົມຄັ້ງນີ້ ກໍເພື່ອຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມຊໍານານ ໃນດ້ານທັກສະການຕິດຕາມກວດກາ ຂຶ້ນຕື່ມ ທັງເປັນເວທີໃຫ້ບັນດາທ່ານ ໄດ້ແລກປ່ຽນບົດຮຽນ ແລະ ປະສົບການ ໃນການປະຕິບັດວຽກງານດັ່ງກ່າວ ທີ່ຕິດພັນກັບການປະຕິບັດພາລະບົດບາດ, ສິດໜ້າທີ່ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໃຫ້ນັບມື້ ນັບມີປະສິດທິພາບ ແລະ ປະສິດທິຜົນດີຍິ່ງໆຂຶ້ນ.
ໃນໂອກາດກ່າວເປີດກອງປະຊຸມ ທ່ານ ນາງສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນໃນບາງຕອນວ່າ: ເນື່ອງຈາກເນື້ອໃນທີ່ນໍາມາແລກປ່ຽນໃນກອງປະຊຸມແມ່ນສໍາຄັນຫຼາຍ, ແຕ່ເວລາມີຈໍາກັດ ຈຶ່ງຂໍສະເໜີມາຍັງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມ ຈົ່ງພ້ອມກັນສຸມສະຕິປັນຍາ ແລະ ນໍາໃຊ້ເວລາອັນມີຄຸນຄ່ານີ້ ເຂົ້າໃນການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃຫ້ເລິກເຊິ່ງ, ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນ, ບັນດາທ່ານວິທະຍາກອນ ກໍ່ລ້ວນແຕ່ແມ່ນບັນດາທ່ານ ທີ່ເຄີຍໄດ້ເຮັດວຽກຢູ່ສະພາມາຫຼາຍສະໄໝແລ້ວ ຫວັງຢ່າງຍິ່ງວ່າ ບັນດາທ່ານຜູ້ແທນ ຈະຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດເປັນຢ່າງດີ.
อาจเป็นรูปภาพของ 1 คน และ ข้อความ