ລາວເລັ່ງປັບປຸງມາດຕະຖານການວັດແທກໃຫ້ທຽບເທົ່າອາຊຽນ

ໃນໂອກາດຈັດກອງປະຊຸມໜ່ວຍງານວິຊາການດ້ານການຮັບຮອງ ແລະປະເມີນຄວາມສອດຄ່ອງຂອງອາຊຽນຄັ້ງທີ 35 ໃນວັນທີ 4 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ, ທ່ານນາງນິສິດຄຳມູນເຮືອງຮອງຫົວໜ້າກົມມາດຕະຖານ ແລະການວັດແທກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ: ປັດຈຸບັນ,ສປປລາວກຳລັງເລັ່ງປັບປຸງຄຸນນະພາບມາດຕະຖານການວັດແທກ ເພື່ອໃຫ້ທຽບເທົ່າກັບສາກົນ, ໂດຍສະເພາະໃນກຸ່ມອາຊຽນ, ຊຶ່ງຜ່ານມາເຫັນວ່າ: ມາດຕະຖານກວດສອບ, ການວັດແທກຂອງລາວມີການພັດທະນາ, ໂດຍສະເພາະໃນໄລຍະ 2 ປີມານີ້, ສາມາດສ້າງຫ້ອງກວດກາມາດຕະຖານວັດແທກ ແຫ່ງຊາດ ແລະມີການຕັ້ງຫ້ອງກວດກາຕາມຈຸດຜ່ານແດນ ເພື່ອຮັບປະກັນໃຫ້ການນຳສິນຄ້າເຂົ້າມາໃນປະເທດມີມາດຕະຖານ, ແຕ່ກໍເຫັນວ່າຍັງບໍ່ທັນທຽບເທົ່າກັບຫລາຍປະເທດ, ຍ້ອນສາເຫດພະນັກງານວິຊາການຍັງບໍ່ທັນຕອຍສະໜອງພຽງພໍກັບວຽກງານ ແລະ ເຄື່ອງມືຈຳນວນໜຶ່ງຍັງບໍ່ທັນສະໄໝ,ສະນັ້ນຈຶ່ງຈະຕ້ອງໄດ້ມີການປັບປຸງໃຫ້ດີຂຶ້ນ ແລະຍົກລະດັບທຽບເທົ່າກັບອາຊຽນໃນປີ 2020.
ຮອງຫົວໜ້າກົມມາດຕະຖານ ແລະວັດແທກ ໃຫ້ຮູ້ວ່າ: ກອງປະຊຸມໜ່ວຍງານວິຊາການດ້ານການຮັບຮອງ ແລະປະເມີນຄວາມສອດຄ່ອງຂອງອາຊຽນຄັ້ງທີ 35 ນີ້, ເພື່ອສະຫລຸບສັງລວມຜົນຂອງກອງປະຊຸມຄັ້ງທີຜ່ານມາ ແລະສືບຕໍ່ຫາລືບັນຫາຄົງຄ້າງຕ່າງໆເປັນຕົ້ນແມ່ນການພັດທະນາພຶ້ນຖານໂຄງລ່າງດ້ານຄຸນນະພາບອາຊຽນ ແລະການສ້າງຄວາມເຂັ້ມແຂງທາງດ້ານວຽກງານຮັບຮອງ ແລະປະເມີນຄວາມສອດຄ່ອງ, ພ້ອມທັງເປັນການແລກປ່ຽນຄວາມຮູ້, ຂໍ້ມູນ, ສະຖິຕິ, ໃບຢັ້ງຢືນທີ່ອອກໃຫ້ແກ່ອົງກອນປະເມີນຄວາມສອດຄ່ອງໃຫ້ມີຄວາມເປັນເອກະພາບກັນໃນການເຊື່ອມໂຍງອາຊຽນ, ທັງເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນລະຫວ່າງພະນັກງານວິຊາການໜ່ວຍງານຮັບຮອງ ແລະປະເມີນຄວາມສອດຄ່ອງຂອງກົມມາດຕະຖານ ແລະວັດແທກຮ່ວມກັບນັກວິຊາການຈາກບັນດາປະເທດສະມາຊິກອາຊຽນໃນການຈັດຕັ້ງປະຕິບັດຄຸ້ມຄອງບັນດາຫ້ອງທົດລອງໃນຂົງເຂດປະເທດສະມາຊິກອາຊຽນໃຫ້ສອດຄ່ອງກັບມາດຕະຖານສາກົນ ເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ປະກອບການ, ຜູ້ຊົມໃຊ້ ໃຫ້ມີຄວາມປອດໄພ ແລະຍຸຕິທຳ.

