ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດ ປະຈໍາວັນທີ 16 ທັນວາ 2023ວ່າ: ມວນອາກາດໜາວເຢັນ ທີ່ປະເທດຈີນໄດ້ມີກໍາລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດ ເຢັນລົງ 1 ຫາ 2 ອົງສາໃນແຕ່ລະພາກ. ແຕ່ສະພາບອາກາດໂດຍທົ່ວໄປ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງ ໂອກາດ.
ສໍາລັບນະຄອນຫລວງວຽງຈັນ ອາກາດຈະເຢັນ ພ້ອມມີໝອກບາງ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.