ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຕິດຕາມ ກ່ຽວກັບ ເງິນທົດແທນປະຊາຊົນທີ່ຖືກຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ວັນທີ 23 ທັນວາ 2022, ທ່ານ ຄໍາສິງ ໄຊສົມແພງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ປະກອບຄຳຄິດເຫັນ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XI ຕໍ່ບົດລາຍງານວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດວ່າ:
ຕໍ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ສົ່ງຜົນກະທົບຕໍ່ປະຊາຊົນຫລາຍກວ່າ 6.800 ກວ່າຄອບຄົວ ມູນຄ່າຫລາຍກວ່າ 1.900 ຕື້ ໃນນີ້ໄດ້ທົດແທນໃຫ້ປະຊາຊົນແລ້ວ 5.837 ຄອບຄົວ ຍັງເຫລືອ 1.000 ກວ່າຄອບຄົວ ໂດຍສະເໜີໃຫ້ພາກສ່ວນກ່ຽວຂ້ອງຕິດຕາມ ແລະ ການປະເມີນຍັງບໍ່ຈະແຈ້ງເທົ່າທີ່ຄວນ, ລວມເຖິງບັນຫາການຕີລາຄາການປະເມີນຂອງຄະນະກຳມະ ການຍັງບໍ່ເໝາະສົມເທົ່າທີ່ຄວນ.
ທ່ານ ກົງໃຈ ສີດາວົງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ປະກອບ ຄໍາເຫັນ ແລະ ແລກປ່ຽນຫລາຍບັນຫາກ່ຽວກັບບົດລາຍງານຂອງອົງການກວດສອບ ໂດຍສະເພາະການເຄື່ອນໄຫວວຽກງານກວດສອບປະຈໍາປີ 2022 ຫລາຍເປົ້າໝາຍຍັງບໍ່ໄດ້ຮັບການແກ້ໄຂ ຍີ່ງໄປກວ່ານັ້ນເປົ້າໝາຍທີ່ຖືກກວດກາຍັງມີລັກສະນະລະເມີດວິໄນແຜນການ ແລະ ການເງິນ ສະນັ້ນບັນຫາເຫລົ່ານີ້ຄວນໄດ້ຮັບການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະ ເປັນລະບົບກວ່າເກົ່າ.

