ເກີດເຫດຄາຕະກຳ ອ້າຍ ແລະ ເອື້ອຍໄພ້ ແລ້ວຫລົບໜີ ຍ້ອນແບ່ງປັນມູນມໍລະດົກບໍ່ລົງຕົວກັນ

ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ ລາຍງານວ່າ: ເວລາປະມານ 13:00 ໂມງຂອງວັນທີ 11 ທັນວາ 2023, ເກີດເຫດຄາຕະກຳ ຢູ່ບ້ານ ນໍ້າຍິງ ເມືອງລ້ອງຊານ ແຂວງໄຊສົມບູນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຊື່ ທ້າວ ລໍຫົວວ່າງ ອາຍຸ 37 ປີ ແລະ ນາງ ທ່າວຢ່າງ ອາຍຸ 30 ປີ (ທັງສອງເປັນຜົວ-ເມຍກັນ), ສ່ວນຜູ້ກໍ່ເຫດຊື່ທ້າວ ໄຊຫວ່າງ ອາຍຸ 26 ປີ ເປັນນ້ອງຊາຍຂອງຜູ້ເສຍຊີວິດ, ເຊິ່ງທັງ 3 ເປັນປະຊາຊົນຢູ່ ບ້ານ ນ້ຳຍິງ ເມືອງລ້ອງຊານ ແຂວງໄຊສົມບູນ.
ສາເຫດທີ່ພາໃຫ້ ລົງມືຄາຕະກຳອ້າຍໃນຄັ້ງນີ້ ຍ້ອນທັງສອງຜິດຖຽງກັນເລື່ອງການແບ່ງປັນມູນມໍລະດົກ ໂດຍສະເພາະແມ່ນທີ່ດິນເຮືອນ ແລະ ທີ່ດິນສວນຢາງພາລາ ທີ່ພໍ່ແມ່ປະໄວ້ໃຫ້ບໍ່ລົງຕົວກັນ, ທ້າວ ໄຊຫວ່າງ ຜູ້ເປັນນ້ອງຊາຍຮ່ວມສາຍເລືອດດຽວກັນກັບ ທ້າວ ລໍຫົວວ່າງ ຈຶ່ງໃຊ້ພ້າຂໍ ຟັນເຂົ້າຄໍຫອຍ ແລະ ຫົວອ້າຍຂອງຕົນເອງຫລາຍບາດ ຈາກນັ້ນຈຶ່ງໄລ່ຟັນເອື້ອຍໄພ້ ເຮັດໃຫ້ທັງສອງເສຍຊີວິດຄາທີ່ ແລ້ວເອົາຕົວຫລົບໜີໄປ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງໄຊສົມບູນ ພວມເລັ່ງສືບສວນ-ສອບສວນ ນຳຈັບຕົວຜູ້ກໍ່ເຫດມາດໍາເນີນຄະດີຕາມກົດໝາຍ.

