ສປປ ລາວ ເຂົ້າຮ່ວມກອງປະຊຸມປະຊາຄົມເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ທີ່ຈາກາຕາ ປະເທດອິນໂດເນເຊຍ

ວັນທີ 29 ສິງຫາ 2023 ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30 ແລະ ໄດ້ປະກອບຄຳຄິດເຫັນຕໍ່ການກຳນົດທິດທາງຍຸດທະສາດ ຂອງປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນວ່າ: ອາຊຽນຄວນພັດທະນາພາລະບົດບາດ ຂອງອົງກອນໃນພາກພື້ນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບຂະແໜງການຕ່າງໆ ແລະ ການປະສານສົມທົບກັບບັນດາເສົ້າຄໍ້າໃນອາຊຽນ ເພື່ອສ້າງຄວາມສາມັກຄີ ໃນການ ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ນະໂຍບາຍຕ່າງໆ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ຮັບຜົນປະໂຫຍດອັນສູງສຸດ. ພ້ອມນັ້ນ, ອາຊຽນຄວນເອົາໃຈໃສ່ໃນການສົ່ງເສີມ ເພື່ອພັດທະນາການລິເລີ່ມ ຂອງທຸລະກິດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ ເຊິ່ງນອນໃນແຜນການພັດທະນາຮູບແບບສີ ຂຽວ ແລະ ການພັດທະນາແບບຍືນຍົງ ພາຍໃຕ້ຂອບເຂດການກຳນົດຂອງ ປະຊາຄົມເສົາຄໍ້າວັດທະນະ ທຳ-ສັງ ຄົມອາຊຽນ. ທັງນີ້, ກໍເພື່ອສ້າງວຽກງານອາຊີບ ແລະ ໂອກາດໃຫ້ກັບປະຊາກອນ ໂດຍສະເພາະ ໄວໜຸ່ມໃນຍຸກສະໄໝໃໝ່ ຂອງສັງຄົມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ອາຊຽນຄວນສ້າງຄວາມເຂັ້ມແຂງໃຫ້ກັບບຸກຄະລະກອນ ແລະ ເພີ່ມຂໍ້ການລິເລີ່ມໃໝ່ຂຶ້ນ ໂດຍຜ່ານກິດຈະກຳ ແລະ ໂຄງການຕ່າງໆ ຂອງອາຊຽນ; ປັດຈຸບັນ ພວກເຮົາກຳລັງຜະເຊີນກັບບັນຫາຕ່າງໆ ທີ່ຄາດບໍ່ເຖິງ ອັນເປັນບັນຫາທີ່ຫຍຸ້ງຍາກ ແລະ ສັບ ສົນ. ສະນັ້ນ, ອາຊຽນຕ້ອງໄດ້ສືບຕໍ່ເອົາໃຈໃສ່ການພັດທະນາ ໃຫ້ປະຊາຄົມອາຊຽນເປັນຈຸດເຊື່ອມຈອດ ເຊື່ອມໂຍງ, ເຂັ້ມແຂງ, ສາມາດຮັບມື ແລະ ປັບຕົວໃຫ້ເຂົ້າກັບສະພາບການຕ່າງໆ, ທັງສາມາດຄາດຄະ ເນບັນຫາຕ່າງໆທີ່ຈະເກີດຂຶ້ນ ແລະ ບັນຫາທ້າທາຍອື່ນໆ ເພື່ອສາມາດຫລີກລ່ຽງຜົນກະທົບຂອງບັນຫາດັ່ງກ່າວ ແລະ ຍາດແຍ່ງໂອກາດໃນການສ້າງຜົນປະໂຫຍດ ອັນອຸດົມສົມບູນຮ່ວມກັນ ຂອງປະຊາຊົນ ໃນຕໍ່ໜ້າ. ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຫັນດີ ຕໍ່ການລາຍງານກ່ຽວກັບຜົນກອງປະຊຸມ ເຈົ້າໜ້າທີອາວຸໂສເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 35 ທີ່ຍາມໃດກໍມີຄວາມພະຍາ ຍາມ ແລະ ເອົາໃຈໃສ່ໃນການປະກອບສ່ວນຂອງຄະນະປະທານ ເຈົ້າໜ້າທີອາວຸໂສເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ແລະ ຄະນະເລຂາທິການອາຊຽນ ເພື່ອຮັບປະກັນໃຫ້ການເປັນເປັນປະທານກອງປະຊຸມອາຊຽນ ຂອງປະເທດອິນໂດເນເຊຍໃນປີນີ້ ໃຫ້ສາມາດຮັບຮູ້ ແລະ ຈັດຕັ້ງປະຕິບັດ ຕາມແຜນແມ່ນບົດປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ 2025 ເຊິ່ງເຫັນວ່າໄດ້ມີການຈັດຕັ້ງປະຕິບັດບັນດາໂຄງ ການ ແລະ ກິດຈະກຳຕ່າງໆ ຢ່າງກ້າວກະໂດດ. ພ້ອມທັງ, ສະແດງຄວາມຊົມເຊີຍທຸກພາກສ່ວນທີ່ກ່ຽວ ຂ້ອງ ແລະ ຄະນະເລຂາທິິການອາຊຽນ ໃນການຈັດຕັ້ງປະຕິບັດແຜນພັດທະນາວຽກ ຂອງປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຫລັງປີ 2025.
ດັ່ງນັ້ນ, ຈຶ່ງຊຸກຍູ້ໃຫ້ອາຊຽນຊ່ວຍກັນສ້າງຂໍ້ລິເລີ່ມໃໝ່ ເພື່ອພັດທະນາໂຄງການ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ມີການພັດທະນາ, ຍົກລະດັບການດຳລົງຊີວິດຂອງປະຊາຊົນ, ສັງຄົມ ແລະ ວັດທະນະທຳ ໃຫ້ດີຂຶ້ນ ເພື່ອຈະໄດ້ສືບຕໍ່ຮັບຮອງໃນກອງປະຊຸມສຸດຍອດອາ ຊຽນຄັ້ງທີ 43 ທີ່ຈະຈັດຂື້ນໃນມໍ່ໆນີ້ ເພື່ອໃຫ້ໄດ້ຖືກຮັບຮອງ ແລະ ຮັບໝາຍ ຈາກບັນດາຜູ້ນຳອາຊຽນ. ທັງເຊື່ອໝັ້ນວ່າເອກະສານສຳຄັນດັ່ງກ່າວ ທີ່ໄດ້ຮັບການສະໜັບສະໜູນ ແລະ ການປະສານສົມທົບຈາກຂະແໜງການຕ່າງໆ ທີ່ກ່ຽວຂ້ອງຂອງປະຊາຄົມເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ ຈະສາມາດສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ມິດຕະ ພາບອັນແໜ້ນແຟ້ນຂອງພວກເຮົາ ເພື່ອພັດທະນາການຈັດຕັ້ງປະຕິບັດຂອງວຽກງານອາຊຽນ ກໍຄື ການແລກປ່ຽນຄົນ-ຄົນ ແລະ ປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ແລະ ວຽກງານຕ່າງໆ ໃຫ້ສາ ມາດເຂົ້າເຖິງ ແລະ ຮັບຮູ້ໄດ້ ເຖິງນະໂຍບາຍຂອງລັດ ເຊັ່ນ ການເຂົ້າເຖິງການບໍລິການດ້ານການສຶກສາ, ສາທາລະນະສຸກ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການປັບຕົວ ໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ການບໍລິຫານຈັດການຕໍ່ໄພພິບັດທາງທຳມະຊາດ, ການຄຸ້ມຄອງແຮງງານຕ່າງດ້າວ ແລະ ການໄປມາຫາສູ່ ການແລກປ່ຽນລະຫວ່າງຄົນ-ຄົນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ: ເນື່ອງຈາກ ສປປ ລາວ ຈະໄດ້ຮັບກຽດເປັນປະທານກອງປະຊຸມອາຊຽນ 2024 ຈຶ່ງສະເໜີມາຍັງບັນດາປະເທດສະຊິກອາຊຽນ ລວມທັງຄູ່ຮ່ວມມືອາ ຊຽນພາຍນອກ ເພື່ອໃຫ້ການຮ່ວມມື ແລະ ສະໜັບສະໜູນ. ພ້ອມທັງ ສະແດງຄວາມຂອບໃຈມາຍັງບັນ ດາປະເທດສະມາຊິກອາຊຽນ, ບັນດາປະເທດຄູ່ຮ່ວມເຈລະຈາ ທີ່ໄດ້ໃຫ້ການສະໜັບສະໜູນໃນການກະກຽມຄວາມພ້ອມ ການເປັນປະທານກອງປະຊຸມອາຊຽນຂອງ ສປປ ລາວ ໄລຍະຜ່ານມາ ແລະ ຫວັງວ່າໃນຕໍ່ໜ້າຈະສືບຕໍ່ຮ່ວມມືກັນ ເພື່ອສ້າງເປົ້າໝາຍຮ່ວມກັນ ໃນການສ້າງຄວາມສະຫງົບສຸກ, ຄວາມຍືດຍຸ່ນ, ຄວາມປອງດອງຂອງສັງຄົມ ແລະ ຄວາມອຸດົມສົມບູນ ໃນພາກພື້ນ ແລະ ທົ່ວໂລກ. ພ້ອມດຽວກັນນີ້, ກໍໄດ້ລາຍງານ ການກະກຽມຈັດກິດຈະກຳປີທ່ອງທ່ຽວລາວ 2024 ເຊິ່ງຈະປະກອບມີ ງານເທສະການ ການທ່ອງທ່ຽວ ແລະ ກິດຈະກຳອື່ນໆ ອັນຫລາກຫລາຍ ເພື່ອໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ຢ້ຽມ ຢາມ ສປປ ລາວ.

