ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ພ້ອມເນັ້ນໃຫ້ແກ້ໄຂບັນຫາວິກິດການເງິນໃນປັດຈຸບັນ

ວັນທີ 14 ທັນວາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ. ໃນໂອກາດນີ້, ທ່ານ ໄດ້ໂອ້ລົມ ແລະ ເນັ້ນໃຫ້ບັນດາການນຳແຂວງ ເພີ່ມທະວີການນຳພາ-ຊີ້ນຳ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະວຽກງານການສຶກສາອົບຮົມ ການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ກຳໄດ້ແນວທາງການປ່ຽນແປງຂອງພັກ, ຮັບຮູ້ສະພາບການຂອງໂລກຢ່າງແທ້ຈິງ, ມີຄວາມເຊື່ອໝັ້ນຕໍ່ພັກ-ລັດ ໃນການແກ້ບັນຫາບ້ານເມືອງ ໂດຍສະເພາະການແກ້ໄຂບັນຫາດ້ານວິກິດການເງິນທີ່ປະເທດເຮົາກຳລັງປະເຊີນຢູ່ໃນປັດຈຸບັນ; ເສີມຂະຫຍາຍນຳໃຊ້ທ່າແຮງບົ່ມຊ້ອນທີ່ມີຂອງແຂວງ ເພື່ອນຳມາສ້າງສາພັດທະນາແຂວງໃຫ້ຈະເລີນກ້າວໜ້າ; ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າທີ່ເປັນສິ່ງກີດຂວາງການພັດທະນາ ໃຫ້ຫລຸດໜ້ອຍຖອຍລົງ ແລະ ຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ.

ພ້ອມທັງ, ຮຽກຮ້ອງມາຍັງຄະນະພັກແຂວງວຽງຈັນ ເອົາໃຈໃສ່ໃຫ້ແກ່ການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ມີຄວາມຮອບຄອບ ຖືກຕ້ອງຕາມລະບຽບການແລະ ຂັ້ນຕອນຂອງການດຳເນີນກອງປະຊຸມ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຖືກວຽກງານດັ່ງກ່າວ ເປັນຫລັກ ແລະ ເປັນໜ້າທີ່ຂອງທຸກປວງຊົນລາວບັນດາເຜົ່າ ໂດຍສະເພາະກໍາແມ່ນປະຊາຊົນແຂວງວຽງຈັນ.