ປກສ ເມືອງວຽງພູຄາ ມອບລົດຈັກທີ່ຖືກໂຈນລັກໄປຄືນໃຫ້ເຈົ້າຂອງເດີມ

ຂ່າວ ປກສ ແຂວງຫຼວງນໍ້າທາ ລາຍງານວ່າ: ວັນທີ 16 ກັນຍາ 2025 ພະແນກຕໍາຫຼວດ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ມອບລົດຈັກ ຍີ່ຫໍ້ ຮອນດາ ເວບ 100 ສີຂຽວດໍາ 1 ຄັນ ບໍ່ມີປ້າຍທະບຽນ ທີ່ຖືກຄົນຮ້າຍລັກໄປ ມອບຄືນໃຫ້ເຈົ້າຂອງເດີມ. ມອບໂດຍ ຮອ ສີລາ ສຸລິວັນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງວຽງພູຄາ, ກ່າວຮັບໂດຍ ນາງ ໄລວອນ ຢູ່ ບ້ານດົງວຽງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໂດຍຊອງໜ້າພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮອ ສີລາ ສຸລິວັນ ໃຫ້ຮູ້ວ່າ: ລົດຄັນດັ່ງກ່າວ ແມ່ນເຈົ້າໜ້າທີ່ໄດ້ເກັບກູ້ຄືນຈາກຄົນຮ້າຍລັກໄປ ວັນທີ 27 ສິງຫາ 2025 ຢູ່ ບ້ານດົງວຽງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ແລະ ເອົາໄປຈອດຊຸກເຊື່ອງໄວ້ໃນປ່າ ຂອບເຂດ ບ້ານປາງຊາຍ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ແລະ ວັນທີ 15 ກັນຍາ 2025 ມີພົນລະເມືອງດີ ໄດ້ພົບເຫັນ ແລະ ແຈ້ງໃຫ້ ປກສ ເມືອງວຽງພູຄາ ເພື່ອນຳໄປເກັບຮັກສາໄວ້ ແລະ ສືບຕໍ່ແຈ້ງການຊອກຫາເຈົ້າຂອງລົດຄັນດັ່ງກ່າວ ເພື່ອສົ່ງຄືນໃຫ້ເຈົ້າຂອງຊັບເດີມ.