ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ຈະຈັດຂຶ້ນແຕ່ວັນທີ 12-18 ກຸມພາ ພ້ອມກັບການເປີດປີທ່ອງທ່ຽວລາວ 2024

ວັນທີ 13 ທັນວາ 2023, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງປະຈໍາປີ 2024 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ວ່າ: ເພື່ອເປັນການອະນຸລັກຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການໃຫ້ຢືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ, ໂດຍສະເພາະປະຊາຊົນຊາວແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງໄຊຍະບູລີ ໃຫ້ຫລາຍຂຶ້ນຈຶ່ງໄດ້ຈັດງານມະຫະກຳບຸນຊ້າງ ແລະ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ຂຶ້ນຢ່າງເປັນທາງການ, ໂດຍໄດ້ກຳນົດເອົາວັນທີ 17 ກຸມພາ 2024 ເປີດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ຢ່າງເປັນທາງການ, ວັນທີ 18 ກຸມພາ 2024 ສືບຕໍ່ກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ການໃຫ້ອາຫານຊ້າງ, ການບໍລິການຂີ່ຊ້າງ.

ງານມະຫະກຳບຸນຊ້າງ ແຂວງໄຊຍະ ບູລີ ຈະຈັດຂຶ້ນ ແຕ່ວັນທີ 12-18 ກຸມພາ ຕິດພັນກັບປີທ່ອງທ່ຽວລາວ 2024 ໃນງານຈະມີ 12 ກິດຈະກຳປິ່ນອ້ອມຄື: ກິດຈະກໍາລະດັບຊາດ ແມ່ນກໍານົດເອົາງານມະຫາກໍາບຸນຊ້າງ ປະຈໍາປີ 2024 ແລະ ເປັນພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງ, ກິດຈະກໍາລະດັບແຂວງ ແມ່ນກໍານົດເອົາເທດສະການບຸນກອງເຂົ້າໃຫຍ່ ເມືອງພຽງໃນວັນທີ 9-12 ມັງກອນ 2024, ເປີດແຫລ່ງທ່ອງທ່ຽວ ສູນອານຸລັກຊ້າງພູແຄນ ໃນເດືອນກຸມພາ 2024, ກິດຈະກຳລະດັບເມືອງມີ 10 ກິດຈະກໍາ,ແຂວງໄຊຍະບູລີ ຈັດງານມະຫະກໍາບຸນຊ້າງ ມາແລ້ວ 16ຄັ້ງ ໃນປີ 2024 ເປັນຄັ້ງທີ 17, ເຊິ່ງແຂວງໄຊຍະບູລີໄດ້ກຽມຄວາມພ້ອມທຸກດ້ານໃນການຕ້ອນຮັບ ນັກທ່ອງທ່ຽວທີ່ຈະເຂົ້າທ່ຽວຊົມ ດ້ວຍການຈັດຝຶກອົບຮົມດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີຄວາມສະອາດປອດໄພ, ໄດ້ຄວບຄຸມລາຄາສິນຄ້າທີ່ສົມເຫດສົມຜົນ ເພື່ອຕອບສະໜອງໃຫ້ແກ່ແຂກ ແລະ ນັກທ່ອງທ່ຽວທີ່ໄດ້ມາທ່ຽວມາຊົມງານມະຫາກໍາບຸນຊ້າງຂອງພວກເຮົາໃນຄັ້ງນີ້ ໃຫ້ມີຄວາມປະທັບໃຈ.

ຂ່າວ: ແຂວງໄຊຍະບູລີ