ຫາລືຜົນກະທົບທີ່ອາດຈະເກີດຂຶ້ນ ຕໍ່ມໍລະດົກໂລກ ຈາກການສ້າງເຂື່ອນໄຟຟ້ານໍ້າຂອງ ທີ່ຫລວງພະບາງ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມວິຊາການ ເພື່ອປະກອບຄໍາຄິດຄໍາເຫັນ ຕໍ່ບົດລາຍງານກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນ ຕໍ່ມໍລະດົກໂລກ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງ ທີ່ແຂວງຫລວງພະບາງ ໃນວັນທີ 18 ກຸມພາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີທ່ານ ແວນ ຮວ່າງ ດາວ ປະທານບໍລິສັດຫລວງພະບາງພາວເວີ ຈຳກັດ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກະຊວງ-ຂະແໜງການທີ່ກ່ຽວຂ້ອງ ແລະ ຫ້ອງການມໍລະດົກໂລກແຂວງຫລວງພະບາງ ເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ກ່າວວ່າ: ຈຸດປະສົງຫລັກຂອງການຈັດກອງປະຊຸມມື້ນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກັບບັນດາທ່ານຜູ້ຕາງໜ້າກະຊວງກ່ຽວຂ້ອງຕ່າງໆ, ພ້ອມກັບຮັບຟັງບົດລາຍງານ ແລະ ບົດສະເໜີຂອງບໍລິສັດຫລວງພະບາງພາວເວີ ກ່ຽວກັບບັນຫາທີ່ຕິດພັນກັບຂໍ້ກັງວົນໃຈຂອງອົງການອຸຍແນສໂກ ຕໍ່ຜົນກະທົບດ້ານມໍລະດົກທີ່ອາດຈະເກີດຂຶ້ນໄດ້ ໃນໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳຂອງທີ່ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫລວງພະບາງ ເພື່ອເປັນການກະກຽມຂໍ້ມູນທີ່ຈໍາເປັນໃຫ້ແກ່ກອງປະຊຸມຮ່ວມກັບອົງການອຸຍແນສໂກທີ່ຈະຈັດຂຶ້ນໃນໄວໆນີ້.
ບັນດາຄຳຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ໂດຍສະເພາະແມ່ນບົດລາຍງານຂອງຜູ້ຊ່ຽນຊານ ຈາກບໍລິສັດຫລວງພະບາງພາວເວີ ຈຳກັດ ໃນກອງປະຊຸມຄັ້ງນີ້ ຈະເຮັດເປັນບົດບັນທຶກ ໂດຍການເຫັນດີເປັນເອກະພາບຈາກພາກສ່ວນກ່ຽວຂ້ອງ ແລ້ວລາຍຕໍ່ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ຮັບຊາບ ແລະ ມີທິດຊີ້ນຳໃນຂັ້ນຕໍ່ໄປ.


