ປກສ ເມືອງສິງ ສຶກສາອົບຮົມ ແລະ ເຮັດບົດບັນທຶກໄວໜຸ່ມ 14 ຄົນ ທີ່ດັດແປງສະພາບເຕັກນິກລົດຈັກ ພ້ອມກັກລົດ 14 ຄັນ

ວັນທີ 8 ທັນວາ 2023ນີ້, ເຈົ້າໜ້າທີ່ກອງຕຳຫລວດຈະລາຈອນ – ມອດໄຟ ປກສ ເມືອງສິງ ແຂວງຫວງນ້ຳທາ ໄດ້ສຶກສາອົບຮົມໄວໜຸ່ມ ແລະ ນັກຮຽນ ອາຍຸ 13-17 ປີ ທັງໝົດ 14 ຄົນ ແລະກັກລົດຈັກ 14 ຄັນ ທີ່ລະເມີດການສັນຈອນ, ປັບແຕ່ງດັດແປງສະພາບເຕັກນິກລົດຈັກ, ດ້ວຍການດັດແປງປັບແຕ່ງສຽງທໍ່ໄອເສຍເຮັດໃຫ້ສຽງດັງເກີນຂອບເຂດ 10 ຄັນ, ຕີນນ້ອຍ ແລະ ລາງນ້ອຍ 6 ຄັນ, ຕັດເບາະ 3 ຄັນ, ຕັດຊົກອັບໜ້າຫລັງ 1 ຄັນ, ນອກນີ້ ຍັງໃສ່ແວນນ້ອຍ ແລະ ອຸປະກອນເສີມແຕ່ງລົດອີກຈຳນວນໜຶ່ງທີ່ບໍ່ໄດ້ມາດຖານຂອງໂຮງງານກຳນົດໄວ້ ເຊິ່ງເປັນການລະເມີດຕໍ່ລະບຽບການຈະລາຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນສັງຄົມ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງແຈ້ງເຊີນຜູ້ລະເມີດ ແລະ ພໍ່-ແມ່ຜູ້ປົກຄອງ ເຂົ້າຮ່ວມສຶກສາອົບຮົມກ່າວເຕືອນ ແລະ ສ້າງບົດບັນທຶກລົງລາຍເຊັນໄວ້ ເພື່ອເປັນຫລັກຖານໄວ້ ບໍ່ໃຫ້ມີການກະທຳຜິດອີກ, ພ້ອມທັງແນະນຳໃຫ້ຜູ້ເປັນເຈົ້າຂອງລົດຈັກແຕ່ລະຄັນ ນຳເອົາອຸປະກອນອາໄຫລ່ ຊິ້ນສ່ວນທີ່ຖືກດັດແປງອອກທຳລາຍຖິ້ມ ແລະ ຝາກໃຫ້ພໍ່-ແມ່ຜູ່ປົກຄອງທຸກໆທ່ານໃຫ້ເອົາໃຈໃສ່ຕິດຕາມ, ເປັນເຈົ້າການສຶກສາອົບຮົມລູກຫລານຂອງຕົນເອງໃຫ້ເປັນປົກກະຕິ ເພື່ອບໍ່ໃຫ້ລູກຫລານຂອງຕົນ ເຮັດຜິດຕໍ່ລະບຽບກົດ ໝາຍ ໂດຍສະເພາະ ກົດໝາຍວ່າດ້ວຍການສັນຈອນທາງບົກ.

อาจเป็นรูปภาพของ 11 คน, รถจักรยานยนต์ และ ข้อความ