ຍັງມີຮ້ານອາຫານ, ຮ້ານບັນເທີງ ທີ່ລະເມີດລະບຽບການ 8 ຮ້ານ ໃນຂອບເຂດເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ

 

ວັນທີ 9-10 ທັນວາ 2023, ຄະນະສະເພາະກິດ ແກ້ໄຂສຽງດັງເນືອງນັນ (ຈຸ 3) ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ.ນວ) ຫົວໜ້າຈຸ 3 ພ້ອມເຈົ້າ ໜ້າທີ່ຕຳຫຼວດ ປກສ.ນວ ປກສ ເມືອງ ຫ້ອງການ ຖວທ ເມືອງ ໄດ້ລົງຕິດຕາມ ກວດກາ ແລະ ແກ້ໄຂສຽງດັງເນືອງນັນ ຢູ່ບັນດາຮ້ານອາຫານ ແລະ ຮ້ານບັນເທີງຢູ່ 2 ເມືອງດັ່ງກ່າວ.

ຜ່ານການລົງກວດກາຕົວຈິງ ພົບເຫັນຮ້ານເປົ້າໝາຍທີ່ລະເມີດລະບຽບການທັງໝົດ 8 ຮ້ານ ໃນນັ້ນ ເມືອງສີສັດຕະນາກ 4 ຮ້ານ (ຮ້ານອາຫານເສືອໄຟ ຮ້ານອາຫານບໍ່ມີວັນລືມ ຮ້ານອາຫານເບຊິກ ແລະ ຮ້ານບັນເທີງໂລມີໂອ) ເມືອງຫາດຊາຍຟອງ 4 ຮ້ານ (ຮ້ານອາຫານປາກເຊ 3 ຮ້ານອາຫານຮັບຊັບ ຮ້ານ ອາຫານປະກາຍເພັດ ແລະ ຮ້ານບັນເທີງແບັກແມນ).

ສຳລັບ ຮ້ານອາຫານ ແລະ ຮ້ານບັນເທີງ 8 ຮ້ານນີ້ ແມ່ນໄດ້ເຮັດບັນທຶກປັບໃໝຕາມລະບຽບ ແລະ ໄດ້ອອກໜັງສືແຈ້ງເຊີນໃຫ້ເຈົ້າຂອງທຸລະກິດໄປເສຍຄ່າປັບໄໝຢູ່ກອງບັນຊາການ ປກສ.ນວ ຕາມລະບຽບ ສໍາລັບບັນຫາທີ່ພົບເຫັນ ເຈົ້າຂອງຮ້ານອາຫານບໍ່ມີໃບອະນຸຍາດດໍາເນີນທຸລະກິດ ເປີດເຄື່ອງສຽງກາຍໂມງ ເປີດເຄື່ອງສຽງເກີນກໍານົດ 80 ເດຊີເບວ ສະຖານທີ່ຈອດລົດບໍ່ມີ ແລະ ຮ້ານບັນເທີງເປີດບໍລິການກາຍໂມງທີ່ທາງການກຳນົດເວລາໄວ້.

ທ່ານ ແກ້ວວິໄລສັກ ແສນສັກດາ ກ່າວວ່າ: ການລົງເຄື່ອນໄຫວວຽກງານຄັ້ງນີ້ ແມ່ນອີງຕາມຂໍ້ຕົກ ລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 940/ຈນວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມ ກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ໃນນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນດາຮ້ານອາຫານ ແລະ ຮ້ານບັນເທີງ ທີ່ດຳເນີນທຸລະກິດຜິດລະບຽບຄື: ບໍ່ມີໃບອະນຸຍາດດຳເນີນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ເປີດບໍລິການກາຍໂມງ ເສບດົນຕຣີ-ເປີດເຄື່ອງສຽງດັງເກີນ 80 ເດຊີເບວ ເສບດົນຕຣີ-ເປີດເຄື່ອງສຽງກາຍໂມງ ແລະ ມີສຽງດັງເນືອງນັນ.