ອຸຕຸເຕືອນ! ພາຍຸບົວລອຍ ສະບັບທີ 2 ຈະເຄື່ອນຕົວເຂົ້າ ປະເທດລາວ ໄລຍະວັນທີ 28-30 ກັນຍາ 2025

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພ ພາຍຍຸໝູນເຂດຮ້ອນ ບົວລອຍ (Bualoi) ໃນລະຫວ່າງວັນທີ 28 – 30 ກັນຍາ 2025 ສະບັບທີ 2 ວ່າ: ໃນເວລາ 07:00 ໂມງ ຂອງວັນທີ 26 ກັນຍາ 2025, ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ຫົວທີ 20 ປະຈໍາປີ 2025 ມີຈຸດສູນກາງໃນເສັ້ນຂະໜານທີ່ 12.2 ອົງສາເໜືອ ແລະ ເສັ້ນແວງທີ່ 112.8 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ອອກຈາກພາກກາງຂອງປະເທດ ຟີລິບປິນ ແລະ ຈະເຄື່ອນທີ່ຂ້າມທາງພາກກາງ ແລະ ພາກໃຕ້ ຂອງທະເລຈີນໃຕ້ ໃນວັນທີ 26 ຫາ 27 ກັນຍາ 2025 ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນເປັນພາຍຸໄຕ້ ຝຸ່ນໃນຕອນກາງຄືນ, ຈະເຄື່ອນທີ່ຜ່ານເກາະໄຫໜານ ໃນ ວັນທີ 28 ກັນຍາ 2025.

ຈາກນັ້ນໃນຕອນເຊົ້າຂອງວັນທີ 29 ກັນຍາ 2025 ຈະເຄື່ອນທີ່ເຂົ້າຝັ່ງ ສສ ຫວຽດນາມ ແລະ ອ່ອນກໍາລັງລົງຕາມລໍາດັບ ກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງປົກຄຸມຢູ່ພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າ ເຫລື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 28 ຫາ 30 ກັນຍາ 2025 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ກັບສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.