ຍີ່ປຸ່ນເປີດຕົວລົດໄຟດ່ວນ “ຍອດນັກສິບຈິ໋ວໂຄນັນ” ເລີ່ມແລ່ນລົດຢູ່ແຂວງບ້ານເກີດນັກຂຽນເຂົ້າຂອງຜົນງານ

ແຂວງທົດໂຕຣິຂອງຍີ່ປຸ່ນໄດ້ເປີດຕົວຂະບວນລົດໄຟດ່ວນພິເສດທີ່ຕົກແຕ່ງດ້ວຍລວດລາຍຕົວລະຄອນຈາກກາຕູນມັງງະຊື່ດັງຄື “ຍອດນັກສືບຈິ໋ວໂຄນັນ” ຢູ່ສະຖານີຄຸຣາໂຢຊິ ໃນທ້າຍອາທິດຜ່ານມາ ໂດຍມີເປົ້າໝາຍຫວັງດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃຫ້ເດີນທາງມາທ່ຽວແຂວງນີ້.
ໂດຍທາງໃນ ແລະ ທາງນອກຂອງລົດໄຟດ່ວນພິເສດຂະບວນນີ້ເຕັມໄປດ້ວຍລວດລາຍຂອງຕົວລະຄອນໃນ ຍອດນັກສືບຈິ໋ວໂຄນັນ ເຮັດໃຫ້ບັນດາຜູ້ໂດຍສານ ໂດຍສະເພາະແຟນຂອງກາຕູນເລື່ອງນີ້ໄດ້ເພີດເພີນຄືຢູ່ໃນໂລກຂອງໂຄນັນ.
ການເປີດຕົວຂະບວນລົດໄຟລວດລາຍພິເສດນີ້ໄດ້ຮັບຄວາມສົນໃຈຈາກບັນດາຜູ້ທີ່ມັກກາຕູນ ໂຄນັນ ຈາກຫລາຍພື້ນທີ່ຂອງຍີ່ປຸ່ນ ຜູ້ໂດຍສານບາງຄົນເຖິງກັບນັ່ງລົດຂ້າມຄືນຈາກນະຄອນຫລວງໂຕກຽວເພື່ອມາຂຶ້ນລົດໄຟຂະບວນດັ່ງກ່າວນີ້.
ໂດຍລົດໄຟດ່ວນພິເສດເສັ້ນນີ້ຈະແລ່ນເຊື່ອມຕໍ່ແຂວງທົດໂຕຣິ ເຊິ່ງເປັນບ້ານເກີດຂອງໂກໂຊ ອາໂອຢາມະ ນັກຂຽນເຈົ້າຂອງຜົນງານກາຕູນ ໂຄນັນ ກັບເຂດເຄຮັນຊິງ ເຊິ່ງຄວບຄຸມຫລາຍເມືອງສໍາຄັນຂອງຍີ່ປຸ່ນ ຄືໂກເບ, ໂອຊາກ້າ ແລະ ກຽວໂຕ.

