ເຈົ້າຟ້າຊາຍຊາລ ຕິດ ໄວຣັສໂຄໂຣນາ

     ເຈົ້າຟ້າຊາຍຊາລ ມົງກຸດຣາຊະກຸມານອັງກິດ ໄດ້ຮັບການກວດພົບວ່າຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່. ແຄລເຣນເຮົາ ສຳນັກງານຂອງເຈົ້າຟ້າຊາຍຊາລ ຢືນຢັນຂ່າວຄັ້ງນີ້ ໂດຍລະບຸວ່າ: ເຈົ້າຊາຍແຫ່ງເວລ ສະແດງອາການບໍ່ຮຸນແຮງ, ສ່ວນພັນລະຍາໄດ້ຮັບການກວດເຊັ່ນກັນ ແຕ່ຜົນປາກົດວ່າບໍ່ຕິດເຊື້ອ.