ອິດສະລາແອນສັ່ງອົບພະຍົບປະຊາຊົນທາງຕອນໃຕ້ຂອງເຂດກາຊາ ຍົກລະດັບການສູ້ຮົບຫລັງການເຈລະຈາຢຸດຍິງລົ້ມເຫລວ

ກອງທັບອິດສະລາແອນສັ່ງອົບພະຍົບປະຊາຊົນໃນຫລາຍເມືອງທາງຕອນໃຕ້ຂອງເຂດກາຊາ, ພ້ອມຍົກລະດັບການສູ້ຮົບ ແລະ ການໂຈມຕີທາງອາກາດ ຫລັງຄວາມພະຍາຍາມໃນການເຈລະຈາຂະຫຍາຍໄລຍະເວລາຢຸດຍິງຊົ່ວຄາວບໍ່ປະສົບຜົນສໍາເລັດ ທ່າມກາງສຽງຂອງປະຊາຄົມໂລກທີ່ຮຽກຮ້ອງໃຫ້ມີການຄຸ້ມຄອງພົນລະເຮືອນ ແລະ ຫາແນວທາງຢຸດເຊົາສົງຄາມໂດຍໄວ.

ອາເມລິກາ ເຊິ່ງເປັນໜຶ່ງໃນພັນທະມິດທີ່ໃກ້ຊິດຂອງອິດສະລາແອນ ລະບຸວ່າ: ການຍົກລະດັບການສູ້ຮົບຂອງກອງທັບອິດສະລາແອນທາງຕອນໃຕ້ຂອງເຂດກາຊາບໍ່ຄວນຕັ້ງເປົ້າໝາຍ ຫລື ໂຈມຕີໃສ່ເຂດທີ່ຢູ່ອາໄສຂອງພົນລະເຮືອນ ຄືທີ່ເຄີຍເກີດຂຶ້ນທາງພາກເໜືອຂອງເຂດກາຊາກ່ອນໜ້ານີ້.

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ຮຽກຮ້ອງໃຫ້ກອງທັບອິດສະລາແອນຫລີກລ່ຽງການກະທໍາໃດໆທີ່ຈະເຮັດໃຫ້ສະຖານະການໂດຍລວມດ້ານມະນຸດສະທໍາຢູ່ເຂດກາຊາຮ້າຍແຮງຕື່ມ ເພື່ອເຮັດໃຫ້ພົນລະເຮືອນຊາວປາແລັສຕິນບໍ່ຕ້ອງທົນທຸກທໍລະມານຍິ່ງໄປກວ່ານີ້.

ຂະນະທີ່ທ່ານ ສຕີເຟນ ດູຈາຣິກ ໂຄສົກສະຫະປະຊາຊາດ ລະບຸວ່າ: ເລຂາທິການສະຫະປະຊາຊາດຕົກໃຈຕໍ່ການກັບມາເປັນປໍລະປັກກັນອີກຂອງກອງທັບອິດສະລາແອນ ແລະ ກຸ່ມຮາມັດ, ສ່ວນພົນລະເຮືອນທີ່ໄດ້ຮັບຄໍາສັ່ງໃຫ້ອົບພະຍົບນັ້ນກໍໜ້າເປັນຫ່ວງ ເນື່ອງຈາກບໍ່ມີສະຖານທີ່ໃດປອດໄພ ແລະ ໂອກາດຈະລອດຊີວິດກໍມີໜ້ອຍ.

ກອງທັບອິດສະລາແອນຢຶດຄອງພື້ນທີ່ສ່ວນຫລາຍທາງຕອນເໜືອຂອງເຂດກາຊາ ນັບແຕ່ຕອບໂຕ້ກັບການໂຈມຕີຂອງກຸ່ມຮາມັດໃນຕົ້ນເດືອນຕຸລາຜ່ານມາ ໂດຍປະກາດໃຫ້ພົນລະເຮືອນຊາວປາແລັສຕິນອົບພະຍົບອົງມາຕອນໃຕ້ຂອງເຂດກາຊາເພື່ອຄວາມປອດໄພ ກ່ອນຈະສັ່ງໃຫ້ມີການອົບພະຍົບອອກຈາກຫລາຍເມືອງທາງຕອນໃຕ້ຂອງເຂດກາຊາໃນປັດຈຸບັນ.

ຫລາຍຝ່າຍເບິ່ງວ່າ: ກອງທັບອິດສະລາແອນຕ້ອງການປາບປາມກຸ່ມຮາມັດຢ່າງຈິງຈັງ ແລະ ກໍາລັງພະຍາຍາມສ້າງຫລັກປະກັນວ່າ: ເຂດກາຊາຈະບໍ່ເປັນໄພຄຸກຄາມຕໍ່ພົນລະເຮືອນອິດສະລາແອນອີກໃນອະນາຄົດ.

ອ້າງອີງ: