ອາເມລິກາຈະຂໍໃຫ້ປະຊາຄົມໂລກ ເດີນໜ້າກົດດັນ ສປປ ເກົາຫລີ ຕໍ່ໄປ

ເຈົ້າໜ້າທີ່ອາເມລິກາກ່າວວ່າ: ອາເມລິກາຈະຮຽກຮ້ອງປະຊາຄົມໂລກໃນກອງປະຊຸມດ້ານຄວາມໝັ້ນຄົງ ໃຊ້ມາດຕະການຂວ້ຳບາດກົດດັນ ສປປ ເກົາຫລີ ຕໍ່ໄປ. ຂະນະທີ່ມີຄວາມກັງວົນຫລາຍຂຶ້ນວ່າ: ສປປ ເກົາຫລີ ມີຄວາມຄືບໜ້າພຽງເລັກໜ້ອຍໃນການປົດອາວຸດນິວເຄຼຍ.
ທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ແລະ ລັດຖະມົນຕີຕ່າງປະເທດ ສປປ ເກົາຫລີ ຈະເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງທີ່ສິງກະໂປໃນອາທິດນີ້ ເຊິ່ງປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ປະຊຸມສຸດຍອດຄັ້ງປະຫວັດສາດເມື່ອສອງເດືອນກ່ອນ. ລັດຖະມົນຕີຕ່າງປະເທດອາເມລິກາ ແລະ ຈາກປະເທດຕ່າງໆທີ່ມີສ່ວນຮ່ວມໃນຄວາມພະຍາຍາມສະກັດໂຄງການພັດທະນານິວເຄຼຍຂອງ ສປປ ເກົາຫລີ ຈະພິຈາລະນາກັນວ່າ ສປປ ເກົາຫລີ ມີຄວາມຄືບໜ້າໃນການຢຸດການພັດທະນາອາວຸດນິວເຄຼຍ ຫລື ບໍ່. ໃນຂະນະທີ່ ສປປ ເກົາຫລີ ມີຄວາມຄືບໜ້າພຽງເລັກໜ້ອຍໃນການຢຸດໂຄງການນິວເຄຼຍ ແລະ ມີລາຍງານຂ່າວວ່າ: ສປປ ເກົາຫລີ ຍັງພັດທະນາຈະຫລວດ ຍິ່ງເຮັດໃຫ້ເກີດຄວາມກັງວົນວ່າ ບາງປະເທດສະມາຊິກອາດຫລຸດຜ່ອນມາດຕະການຂວ້ຳບາດຂອງສະຫະປະຊາຊາດທີ່ມີຕໍ່ ສປປ ເກົາຫລີ.

