ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ຫວຽດນາມ

ວັນທີ 4 ທັນວາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ຢູ່ ສປປ ລາວ.
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເວືອງ ດິງ ເຫວະ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ສະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ທັງເປັນການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ສະຫວ່າງສອງປະເທດ ເປັນຕົ້ນ, ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນດ້ານການສຶກສາ, ສາທາລະນະສຸກ, ດ້ານການທ່ອງທ່ຽວ, ດ້ານການຄ້າ-ການລົງທືນ ແລະ ອື່ນໆ. ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດ ໃນການພົບປະສອງຝ່າຍ ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຊິ່ງເປັນນິມິດໝາຍອັນດີ ເຮັດໃຫ້ການຮ່ວມມືດ້ານນິຕິບັນຍັດ ຂອງສອງປະເທດ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
ທ່ານ ເວືອງ ດິງ ເຫວະ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ.