ວັນທີ 26 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ ເພື່ອຕິດຕາມ ແລະ ໃຫ້ການກະຕຸກຊຸກຍູ້ສະພາບການພັດທະນາຂອງເມືອງ, ເຊິ່ງຕ້ອນຮັບໂດຍທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ.
ໃນໂອກາດດັ່ງກ່າວ ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງ ເມືອງຍອດອູ ໄດ້ລາຍງານສະພາບຈຸດພິເສດຂອງເມືອງໂດຍຫຍໍ້ ເຊິ່ງເມືອງຍອດອູ ເປັນເມືອງທີ່ຕັ້ງຢູ່ ເໜືອສຸດຂອງປະເທດລາວ ຫ່າງຈາກເທດສະບານແຂວງ 93 ກິໂລແມັດ ຊຶ່ງມີເນື້ອທີ່ທັງໝົດ 3.105,59 ກິໂລຕາແມັດ, ເນື້ອທີ່ 97% ເປັນພູດອຍ, ເນື້ອທີ່ປ່າໄມ້ປົກຫຸ້ມ 65% ສະພາບຄວາມທຸກຍາກຂອງປະຊາຊົນໂດຍໄດ້ຖືເອົາການກຳນົດ 6 ນະໂຍບາຍທາງອອກເປັນບ່ອນອີງໃນການຈັດສັນອາຊີບໃຫ້ແກ່ປະຊາຊົນເຊັ່ນ: ຍົກສູງສະມັດຕະພາບເຂົ້ານາປີ, ປູກພືດ ແລະ ຕົ້ນໄມ້ອຸດສາຫະກຳເປັນສິນຄ້າ, ລ້ຽງສັດ ແລະ ເຮັດການບໍລິການ ເຊິ່ງໄດ້ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວສະແດງອອກ: ໃນທົ່ວເມືອງມີບ້ານພົ້ນທຸກ 22 ບ້ານ, ກວມ 28,95% ຂອງຈໍານວນບ້ານທັງໝົດ, ມີຄອບຄົວພົ້ນທຸກ 3.362 ຄອບຄົວ, ກວມ 52,73% ຂອງຈໍານວນຄອບຄົວທັງໝົດ, ຄອບຄົວພັດທະນາມີ 690 ຄອບຄົວ, ກວມ 11.54% ຂອງຈໍານວນຄອບຄົວທັງໝົດ.
ທາງເມືອງຍັງໄດ້ມີຂໍ້ສະເໜີຈຳນວນໜຶ່ງຕໍ່ລັດຖະບານ ເພື່ອນຳໄປຄົ້ນຄວ້າຊ່ວຍພິຈາລະນາແກ້ໄຂຕາມຄວາມເໝາະສົມເປັນຕົ້ນຂໍງົບປະມານປູຢາງເສັ້ນທາງຊອຍເທດສະບານອູໃຕ້, ບ້ານອູເໜືອ ແລະ ເສັ້ນທາງແຕ່ບ້ານອູເໜືອຫາສາມແຈປະເທດ, ຂໍງົບປະມານກໍ່ສ້າງຕ້ານຕາຝັ່ງເຈື່ອນແຄມນໍ້າອູ ແຕ່ ຫາງເດີ່ນຍົນຫາສົບນໍ້າແດງ, ຂໍທືນກໍ່ສ້າງນໍ້າປະປາບ້ານອູເໜືອ, ຂໍທືນກໍ່ສ້າງເສັ້ນທາງເວັ້ນຕົວເມືອງເທດສະບານອູໃຕ້, ຂໍທືນກໍ່ສ້າງຂົວນໍ້າອູ ບ້ານອູເໜືອ-ບ້ານຜຽງແສງ, ຂໍທືນກໍ່ສ້າງຊົນລະປະທານນາຝັ່ງໃນ ບ້ານອູເໜືອ, ຂໍທືນຕັດຜັງກູ່ມບ້ານສູ່ມຄໍາ, ກູ່ມຍອດອູ, ກູ່ມນາຫຼວງ ແລະ ບ້ານພານ(ເທດສະບານອູໃຕ້).
ຈາກນັ້ນ, ທ່ານ ບຸນແກ້ວ ຄຳມີໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນລານຕຸ້ຍ ໄດ້ຂຶ້ນລາຍງານສະພາບຂອງດ່ານສາກົນລານຕຸ້ຍ ເຊິ່ງໄດ້ສ້າງຕັ້ງປີ 1989, ຫ່າງຈາກເທດສະບານແຂວງໃໝ່ (ເມືອງບຸນເໜືອ) ປະມານ 150 ກິໂລແມັດ, ໃນນັ້ນ ມີຊາຍແດນຕິດຈອດກັບປະເທດຈີນ, ດ່ານເຊີງໜ້າແມ່ນດ່ານເມືອງຄໍາ ສປຈີນ, ປະມານ 300 ແມັດ, ທິດຕາເວັນຕົກຕິດກັບ ຫຼັກໝາຍ ທີ 8, ທິດຕາເວັນອອກຕິດກັບຊີໂນປ່າແປກ ຫຼັກໝາຍທີ 6, ທິດເໜືອຕິດກັບດ່ານເມືອງຄໍາ ຫຼັກໝາຍທີ 7, ທິດໃຕ້ຕິດກັບບ້ານສວນແຕງ, ບ້ານລານຕຸ້ຍ ປະຈຸບັນດ່ານສາກົນລານຕຸ້ຍໄດ້ປະກອບມີ 4 ຂະແໜງການຄື: ຂະແໜງ ( ຕມ ), ຂະແໜງພາສີ, ຂະແໜງກັກກັນພືດ-ສັດ, ອາຫານ ແລະ ຢາ, ຂະແໜງບໍລິຫານ ລວມມີພະນັກງານທັງໝົດ 25 ທ່ານ ແລະ ໃນໂອກາດດັ່ງກ່າວ ທາງດ່ານຍັງໄດ້ມີຂໍ້ສະເໜີຈຳນວນໜຶ່ງຕໍ່ລັດຖະບານ ເພື່ອນຳໄປຄົ້ນຄວ້າຊ່ອຍພິຈາລະນາແກ້ໄຂຕາມຄວາມເໝາະສົມ ເປັນຕົ້ນ ຂໍໃຫ້ທ່ານຊ່ວຍຄົ້ນຄ້ວາ ແລະ ພິຈາລະນາງົບປະມານບໍລິຫານດ່ານ, ສະເໜີທາງຂັ້ນເທີງເຈລະຈາທາງຝ່າຍຈີນໃຫ້ອຳນວຍຄວາມສະດວກການນຳເຂົ້າ-ສົ່ງອອກ ສີນຄ້າ ກະສິກຳທີ່ປະຊາຊົນພາຍໃນແຂວງຜະລິດເອງເປັນຕົ້ນ ໝາກຖົ່ວ, ໝາກແໜ່ງ, ສາລີ, ໝາກເດືອຍ, ໝາກຂ່າ ແລະ ເຄື່ອງປ່າຂອງດົງ ເບື້ອງຈີນຍັງຈໍາກັດການນຳເຂົ້າ, ສະ ເໜີທາງຂັ້ນເທີງລົງຕິດຕາມ, ກວດກາປະເມີນຄືນໃນການຈັດຕັ້ງປະຕິບັດດຳລັດ 558/ລບ, ລົງວັນທີ31/12/2018 ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ມີຄຳເຫັນວ່າ ສຳລັບເມືອງຍອດອູນີ້ເຫັນວ່າຍັງມີຄວາມຫຍຸ້ງຍາກເປັນຕົ້ນວ່າການສື່ສານນຳໃຊ້ພາສາທ້ອງຖິ່ນແມ່ນພົບຄວາມຫຍຸ້ງຍາກ, ຢາກໃຫ້ທາງການເມືອງມີຄວາມເອົາໃຈໃສ່ກວດກາຄືນໃນການຈັດສັນພູມລຳເນົາເຊັ່ນ ການສົ່ງເສີມປູກພືດທົດແທນການປູກຝິ່ນ ໂດຍແນໃສ່ທ່າແຮງທີ່ມີເງື່ອນໄຂ ເປັນຕົ້ນແມ່ນການປູກຊາ ດັ່ງນັ້ນ, ເພື່ອແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແລະ ເນັ້ນໜັກໃຫ້ທາງຄະນະນຳຂອງເມືອງໄດ້ເພີ່ມຄວາມເອົາໃຈໃສ່ຕື່ມໂດຍແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນກໍ່ຄືການຈັດສັນພຸມລຳເນົາ ແລະ ຊຸກຍູ້ການຜະລິດທີ່ເປັນທ່າແຮງ. ສຳລັບວຽກງານດ່ານສາກົນລານຕຸ້ຍ: ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງພ້ອມກັນເອົາໃຈໃສ່ບັນຫາເລື່ອງການບໍລິການໃຫ້ມີຄວາມວ່ອງໄວສະດວກບົນຈິດໃຈການຮັບໃຊ້ປະຊາຊົນ, ເອົາໃຈໃສ່ການຮັກສາອານາໄມ, ສະພາບແວດລ້ອມ, ສ່ວນຂໍ້ສະເໜີທາງເມືອງກໍ່ຄືດ່ານ ໄດ້ສະເໜີມານັ້ນ ແມ່ນໃຫ້ແຕ່ລະພາກສວ່ນເຮັດວຽກຮ່ວມກັນ ເພື່ອນຳເອົາບັນຫາຕ່າງໆທີ່ມີນຳມາແກ້ໄຂໄປແຕ່ລະຂັ້ນຕອນ ແລ້ວຈຶ່ງສົ່ງຫາລັດຖະບານ ເພື່ອຊ່ວຍພິຈາລະນາ ແລະ ເຮັດໃຫ້ບັນດາຂໍ້ສະເໜີໄດ້ຮັບການແກ້ໄຂ.
ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ ຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມອບເຄື່ອງຕ້ານໄພ ໜາວ ມີຜ້າຫົ່ມ ແລະ ເສື້ອກັນໜາວ ໃຫ້ທາງເມືອງຍອດອູ ເພື່ອໃຫ້ເມືອງນຳໄປມອບຕໍ່ໃຫ້ກັບປະຊາຊົນຜູ້ທີ່ຍັງຂາດເຂີນຢູ່ຫ່າງໄກສອກຫຼີກຕື່ມອີກ.