ຫົກແຂວງພາກໃຕ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ

ໃນວັນທີ 6 ສິງຫານີ້ ທີ່ແຂວງຈໍາປາສັກ ບັນດາຮອງເຈົ້າແຂວງ ແລະ ພະແນກການຕ່າງໆໃນແຂວງພາກໃຕ້ເຊັ່ນ: ຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ໄດ້ປະຊຸມຮ່ວມກັນ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ເພື່ອພັດທະນາທ່າແຮງເດັກລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ແລະ ປຶກສາຫາລືບັນດາວຽກຈຸດສຸມ ແລະ ຕົວຊີ້ວັດ ເພື່ອຕິດ ຕາມການແກ້ໄຂຄວາມທຸກຍາກຂອງເດັກໃນລາວ.
ຮອງປະທານຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມນີ້, ເປັນກອງປະຊຸມໜຶ່ງທີ່ສໍາຄັນ ເພື່ອພວກເຮົາຈະໄດ້ພ້ອມກັນປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ທີ່ລົງນາມ ແລະ ຮັບຮອງເອົາໃນປີ 2019 ຢ່າງມີວິທະຍາສາດ ໂດຍອີງໃສ່ຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫລາຍມິຕິສໍາລັບເດັກຢູ່ ສປປ ລາວ ເພື່ອພ້ອມກັນກໍານົດບັນດາຕົວຊີ້ວັດ ແລະ ວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫລາຍມິຕິຢູ່ ສປປ ລາວ ໃຫ້ມີປະສິດທິຜົນ’’.

