ຕາລີບັນ ບຸກເຂົ້າເມືອງຫຼວງ ອາຟການິສະຖານ ສຳເລັດ ປະທານາທິບໍດີໜີອອກປະເທດ

ກອງກຳລັງຂອງກຸ່ມຕິດອາວຸດ ຕາລີບັນ ບຸກເຂົ້າໄປໃນນະຄອນຫຼວງກາບູນ ເມືອງຫຼວງຂອງອາຟການິສະຖານໄດ້ສຳເລັດ ແລະ ຢຶດທຳນຽບປະທານາທິບໍດີ ໃນຂະນະນີ້ປະທານາທິບໍດີ ອາຟການິສະຖານ ໄດ້ລົບໜີອອກນອກປະເທດແລ້ວ.

ສຳນັກຂ່າວ ຊີເອັນເອັນ ລາຍງານເມື່ອວັນທີ 15 ສິງຫາ 2021 ຜ່ານມາ ໂດຍອ້າງການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງ ແລະ ແຫຼ່ງຂ່າວທາງການທູດໃນອາຟການິສະຖານວ່າ ປະທານາທິບໍດີ ອາຟການິສະຖານຫຼົບໜີໄປຕ່າງປະເທດແລ້ວ ກ່ອນທີ່ທ່ານ ອັບດຸນເລາະ ປະທານສະພາສູງເພື່ອຄວາມປອງດອງແຫ່ງຊາດຈະອອກວິດີໂອ ຖະແຫຼງການຢືນຢັນເລື່ອງດັ່ງກ່າວ ໂດຍເອີ້ນທ່ານ ການີ ວ່າເປັນອະດີດປະທານາທິບໍດີ.

ການຫລົບໜີຂອງທ່ານ ການີ ເກີດຂຶ້ນຫຼັງຈາກກຸ່ມຕິດອາວຸດ ຕາລີບັນ ບຸກຢຶດເມືອງເອກ ຂອງຫຼາຍແຂວງທົ່ວປະເທດ ກ່ອນຈະນຳກຳລັງປິດລ້ອມນະຄອນຫຼວງ ກາບູນ ເຮັດໃຫ້ເກີດຄວາມສົນລະວຸນຕາມທ້ອງຖະໜົນ ປະຊາຊົນທີ່ແຕກຕື່ນຮີບໄປທະນາຄານເພື່ອຖອນເງິນ ຫຼື ໄປຍັງສຳນັກງານເຮັດພາສປອດເພື່ອຫລົບໜີອອກໄປຕ່າງປະເທດ.

ຫຼ້າສຸດ ຊາບິຮຸນເລາະ ມູຈາຮົດ ໂຄສົກຂອງກຸ່ມຕາລີບັນ ອອກມາຢືນຢັນວ່າ ນັກຮົບຂອງພວກເຂົາສາມາດເຂົ້າເຖີງເມືອງຫຼວງໄດ້ແລ້ວ ໂດຍເຂົ້າໄປຢ່າງສະຫງົບ ແລະ ອ້າງວ່າ ການທີ່ເຮັດໄດ້ແບບນີ້ກໍເພາະກອງກຳລັງຄວາມໝັ້ນຄົງຂອງລັດຖະບານຫຼົບໜີອອກຈາກຖານທີ່ໝັ້ນໃນຫຼາຍເມືອງໃຫ່ຍ ແລະ ພວກເຂົາຍັງຮຽກຮ້ອງໃຫ້ປະຊາຊົນເມືອງ ບໍ່ໃຫ້ຢ້ານກົວກຸ່ມຕາລີບັນ.