ຈັບຊາຍໜຸ່ມຄ້າ-ຂາຍຢາເສບຕິດ ແລະ ມີຫົວລູກປືນຄົກໄວ້ໃນຄອບຄອງ

ປກສ ແຂວງໄຊຍະບູລີ ລາຍງານ ວັນທີ 23 ພະຈິກ 2023 ວ່າ: ເຈົ້າໜ້າທີ່ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກລາຍ ກວດຄົ້ນເຮືອນ ທ້າວ ຈຸລະພອນ ອາຍຸ 29 ປີ ປະຊາຊົນ ຢູ່ບ້ານ ບົວບານ ເມືອງປາກລາຍ ທີ່ເປັນເປົ້າໝາຍສົງໄສ ຜູ້ຊື້-ຂາຍ ຢາເສບຕິດ ພົບຂອງກາງ ປະເພດຢາບ້າ ຈຳນວນ 9.191 ເມັດ, ຫົວລູກປືນຄົກ82 ຈຳນວນ 2 ລູກ, ໂທລະສັບ 1 ໜ່ວຍ.

ຜ່ານການ ສືບສວນ -ສອບສວນຜູ້ກ່ຽວ ສາລະພາບວ່າ: ຢາບ້າເປັນຂອງຕົນເອງແທ້, ສ່ວນຫົວລູກປືນຄົກ 82 ຈຳນວນ 2 ລູກນັ້ນຜູ້ກ່ຽວຊື້ນຳຄົນບ້ານດຽວກັນ, ເພື່ອຢາກໄດ້ດິນໝາກຝ່າ ມາປະກອບໃສ່ແກັບລະເບີດຫີນແລ້ວເອົາໄປຈູດເອົາປາ.

ປັດຈຸບັນ, ເຈົ້າໜ້າທີ່ເລັ່ງສະຫລຸບສຳນວນແລະ ສົ່ງຟ້ອງໃຫ້ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງໄຊຍະບູລີ ດຳເນີນຄະດີ ຕາມລະບຽບກົດໝາຍ.