ສໍາເລັດ ຊຸດຝຶກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ແກ່ສື່ມວນຊົນ

ວັນທີ 27 ທັນວາ 2023, ພິທີປິດຊຸດຝຶກອົບຮົມທິດສະດີການເມືອງສະເພາະດ້ານ ໄລຍະສັ້ນ 15 ວັນ ຊຸດທຳອິດ ໃຫ້ແກ່ສື່ມວນຊົນລາວ ເຊິ່ງໄດ້ເປີດໃນລະຫວ່າງວັນທີ 6-26 ທັນວາ 2023 ຢູ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ການປົກຄອງ ແຫ່ງຊາດເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ ຕາງໜ້າໃຫ້ຄະນະພັກຄະນະນຳກະຊວງ ຖວທ ຂໍສະແດງຄວາມຊົມເຊີຍມາຍັງຄະນະຮັບຜິດຊອບຝຶກອົບຮົມຂອງ ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງ ຖວທ ແລະ ກົມຄຸ້ມຄອງການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ຮ່ວມກັນ ເຮັດວຽກດ້ວຍຄວາມຕັ້ງໜ້າ ພະຍາຍາມພົວພັນກັບບັນດາກົມກ່ຽວຂ້ອງທັງສອງຝ່າຍ ຈັດຕັ້ງຝຶກອົບຮົມຄັ້ງນີ້ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ຊົມເຊີຍມາຍັງບັນດາສຳມະນາກອນທີ່ສຳເລັດການຝຶກອົບຮົມພ້ອມທັງໄດ້ຮັບໃບຢັ້ງຢືນຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຢ່າງເປັນທາງການ.

ຊຸດຝຶກອົບໃນຄັ້ງນີ້,  ຈະເປັນເຂັມທິດເຍືອງທາງໃນການປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ມີປະສິດທິຜົນດີຂຶ້ນ, ເພື່ອນຳໄປຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນນັກສື່ມວນຊົນ ທີ່ກ້າວໜ້າທັນສະໄໝ ຮັບໃຊ້ການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ຜົນສຳເລັດການພັດທະນາເສດຖະກິດ-ວັດທະນະທຳສັງຄົມຂອງລັດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບທີ່ເຂັ້ມແຂງຂອງປະເທດພວກເຮົາ ລວມທັງສ່ອງແສງໃຫ້ເຫັນວຽກດີຄົນເດັ່ນ ຢູ່ສູນກາງ ຮອດທ້ອງຖິ່ນຢ່າງກວ້າງຂວາງ ແລະ ອື່ນໆ.