ນະຄອນປາກເຊ ສັ່ງເອົາເຄື່ອງວາງຂາຍ ແລະ ມ້າງເທີບ, ເງີບ ທີ່ກວມເອົາເຂດສາທາລະນະ ອອກ ຖ້າຫາພົບລະເມີດອີກຈະນຳໃຫ້ມາດຕະການເດັດຂາດ

ຫ້ອງການ ຖວທ ນະຄອນປາກເຊ ລາຍງານວັນທີ 15 ສິງຫາ 2025 ວ່າ: ຄະນະກຳມະການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຮັກສາຄວາມສະອາດສວຍງາມຂອງສະພາບແວດລ້ອມ ພາຍໃນນະຄອນປາກເຊ ນໍາໂດຍ ທ່ານເກດສະໜາ ຄຳມິ່ງສະຫວັດ ຮອງປະທານຄະນະກຳມະການປົກຄອງນະຄອນປາກເຊ,ຜູ້ຊີ້ນຳວຽກງານເສດຖະກິດ ຄະນະຮັບຜິດຊອບຊີ້ນຳລວມການຈັດສັນຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະພາບແວດລ້ອມພາຍໃນນະຄອນປາກເຊ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ສ້າງບົດບັນທຶກກ່າວເຕື່ອນຕໍ່ຜູ້ລະເມີດລະບຽບການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນນະຄອນປາກເຊ ທີ່ບ້ານຫລັກເມືອງ.

ທ່ານ ສັນຕິສຸກ ອໍແກ້ວເຕໂຊ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນປາກເຊ ຄະນະກຳມະການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຮັກສາຄວາມສະອາດສວຍງາມ ຂອງສະພາບແວດລ້ອມ ພາຍໃນນະຄອນປາກເຊ ໃຫ້ຮູ້ວ່າ: ການເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດແຜນວຽກ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ, ຕິດພັນກັບການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳລຸ່ມກົດໝາຍ ຂອງລັດຖະບານ ແລະ ແຂວງ ແລະ ນະຄອນວາງອອກ ໂດຍສະເພາະ ຂໍ້ຕົກລົງ ຂອງເຈົ້າແຂວງຈໍາປາສັກ ສະບັບເລກທີ 962/ຈຂ.ຈສ, ລົງວັນທີ 9 ຕຸລາ 2017 ວ່າດ້ວຍການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງປາກເຊ ແຂວງຈຳປາສັກ ແລະ ຂໍຕົກລົງ ເລກທີ 295/ຈນຄ.ປຊ ວັນທີ 25 ກໍລະກົດ 2023 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຮັກສາຄວາມສະອາດສວຍງາມ ຂອງສະພາບແວດລ້ອມ ພາຍໃນນະຄອນປາກເຊ ພ້ອມທັງເປັນການປຸກລະດົມຊຸກຍູ້ ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າ-ແມ່ຄ້າ ໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ເພື່ອພ້ອມກັນຈັດຕັ້ງປະຕິບັດເຮັດໃຫ້ນະຄອນປາກເຊມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດສວຍງາມ ເຊິ່ງຄະນະກຳມະການໄດ້ສ້າງບົດບັນທືກກ່າວເຕືອນແນະນຳໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າ-ແມ່ຄ້າ ໃຫ້ຮື້ຖອນ ສິ່ງກີດຂວາງອອກຈາກທາງຍ່າງ ( ຟູດບາດ) ເປັນຕົ້ນ: ແມ່ນການປຸກເງີບຕໍ່ເຕີມ, ການວາງສິນຄ້າຂອງຮ້ານຄ້າ, ການປູກຕົ້ນໄມ້, ໂຖດອກໄມ້ປະດັບ, ການຕິດຕັ້ງປ້າຍ ແລະ ສິ່ງຂອງອື່ນໆ. ນອກຈາກການຕິດຕາມກວດກາໃນບ້ານຫຼັກເມືອງແລ້ວ ຄະນຳກຳມະການຍັງຈະສືບຕໍ່ເຄືອນໄຫວໃນ 10 ບ້ານເທດສະບານ, ຕະຫຼາດ 4 ແຫ່ງ ແລະ ຕາມແຄມເສັນທາງເລກທີ 13 ແລະ ສັນທາງສາລາຂຽວດົງຈອງຕື່ມ.

ທ່ານ ສັນຕິສຸກ ອໍແກ້ວເຕໂຊ ກ່າວວ່າ: ຫຼັງຈາກທີ່ຄະນະຄຳມະການໄດ້ສຶກສາອົບຮົມກ່າວເຕືອນແລ້ວ, ຖ້າຫາກມີຜູ້ລະເມີດອີກແມ່ນຈະນຳໃຫ້ມາດຕະການເດັດຂາດຕໍ່ຜູ້ລະເມີດເປັນຕົ້ນແມ່ນການປັບໄໝ ແລະ ມາດຕາການອື່ນໆຕາມທີ່ກົດໜາຍໄດ້ກຳນົດໄວ້ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 18 ສິງຫາ 2025 ເປັນຕົ້ນໄປ.
ທີ່ມາ: ຫ້ອງການ ຖວທ ນະຄອນປາກເຊ

