ວັນທີ 12 ພະຈິກ 2023 ຜ່ານມາ, ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະຖິນພະຣາຊະທານ ຂອງເຈົ້າຊີວິິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ວັດສາມັກຄີໄຊ, ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ. ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ບຸນທຳ ບຸນວົງ ປະທານອົງການພຸດທະສາສະໜາສຳພັນລາວ, ແຂວງຫລວງນໍ້າທາ, ເຈົ້າອະທິການວັດສາມັກຄີໄຊ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນໍ້າທາ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທູດລາວປະຈຳ ຣາຊະອານາຈັກໄທ, ມີອະດີດນາຍົກລັດຖະມົນຕີ, ພ້ອມດ້ວຍ ພໍ່ແມ່ປະຊາຊົນ ຜູ້ມີຈິດໃຈເຫລື້ອມໃສໃນພຸດທະສາສະໜາທັງລາວ ແລະ ໄທ ເຂົ້າຮ່ວມເປັນເຈົ້າສັດທາ.
ການທອດຖວາຍກະຖິນ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ປະຕິບັດຮ່ວມກັນເປັນປົກກະຕິ ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງ ປະຊາຊົນ ລາວ ແລະ ໄທ. ສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ຈັດກິດຈະກໍາທອດກະຖິນພະຣາຊະທານ ຜ່ານມາ ຈຳນວນ 24 ຄັ້ງ (ຣາຊະການທີ IX ຈຳນວນ 20 ຄັ້ງ ແລະ X ຈໍານວນ 4 ຄັ້ງ).
ພາຍໃນພິທີທອດຖວາຍກະຖິນ ຍັງມີກິດຈະກໍາປິ່ນອ້ອມເຊັ່ນ: ງານຕະຫລາດນັດ, ສອນເຕັກນິກການເຕະບານ, ສະແດງສິລະປະຂອງລາວ ແລະ ໄທ, ມອບຜ້າຫົ່ມ 500 ຜືນ, ໝອນ 550 ໜ່ວຍ, ເສື້ອກັນໜາວ 250 ຜືນ, ໝາກບານ 48 ໜ່ວຍ ແລະ ອື່ນໆ. ກິດຈະກໍາການຖວາຍກະຖິນຄັ້ງນີ້ ນອກຈາກເປັນການສົ່ງເສີມ ວັດທະນະທໍາ, ຮີດຄອງປະເພນີ ຍັງເປັນການຊຸກຍູ້ການໄປມາຫາສູ່ ເຊິ່ງກັນ ແລະ ກັນ ຂອງປະຊາຊົນລາວ ແລະ ໄທ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ. ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍ ການຮ່ວມມືໃນຖານະເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ລາວ-ໄທ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ.