ລາວ-ບຣູໄນ ສືບຕໍ່ຊຸກຍູ້ຮ່ວມມືສອງຝ່າຍ ແລະ ພວມຄົ້ນຄວ້ານຳເຂົ້າສິນຄ້າກະສິກຳ ຈາກ ສປປ ລາວ

ວັນທີ 24 ກໍລະກົດ 2024, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ດາໂຕະ ເອີລິວານ ເປຮິນ ຢູຊ໊ອບ ລັດຖະມົນຕີການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມປິ່ນອ້ອມ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ວັນທີ 21-27 ກໍລະກົດ 2024 ເພື່ອປຶກສາຫາລື ແລະ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ມີບາດກ້າວຂະຫາຍຕົວຍິ່ງຂຶ້ນ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ຊົມເຊີຍຕໍ່ໝາກຜົນຂອງການຮ່ວມມືຕະຫລອດໄລຍະ 30 ປີ ຜ່ານມາ ທີ່ສືບຕໍ່ຂະຫຍາຍຕົວໃນຫລາຍຂົງເຂດວຽກງານການພັດທະນາ ໂດຍສະເພາະການຍົກລະດັບການຮ່ວມມື ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນໂອກາດທີ່ ສົມເດັດ ຊຸນຕານ ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນປີ 2023 ຜ່ານມາ.

ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ແລະ ທົບທວນຄືນຜົນຂອງການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານກະສິກໍາ ທີ່ສອງລັດຖະບານ ໄດ້ລົງນາມຮ່ວມກັນ ໃນປີ 2022 ເຊິ່ງປັດຈຸບັນ ຝ່າຍບຣູໄນ ກຳລັງພິຈາລະນາ ແລະ ຄົ້ນຄ້ວາໃນດ້ານຕ່າງໆ ເພື່ອກ້າວໄປສູ່ການນຳເຂົ້າສິນຄ້າກະສິກຳ ຈາກ ສປປ ລາວ ໂດຍສະເພາະສິນຄ້າປະເພດເຂົ້າສານ ໃນອະນາຄົດອັນໃກ້ນີ້. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນອື່ນໆ ອີກດ້ວຍ.