ວັນທີ່ 15 ພະຈິກ 2023 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ໂອ້ລົມພະນັກງານ ຢູ່ເມືອງກວັນ ແລະ ເມືອງຊໍາໃຕ້ ແຂວງຫົວພັນ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາແພງ ໄຊສົມແພງ ວ່າການເຈົ້າແຂວງໆຫົວພັນ ແລະ ເຈົ້າເມືອງ.
ທ່ານເຈົ້າເມືອງໆກວັນ ແລະ ເມືອງຊໍາໃຕ້ ໄດ້ລາຍງານກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທັງ 2 ເມືອງໃນໄລຍະຜ່ານມາ.
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຮັດໄດ້ ແລະ ຝາກຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ ມາຍັງການນຳຂອງ 2 ເມືອງ, ສະມາຊິກພັກ, ພະນັກງານ – ລັດຖະກອນ, ຄະນະພັກ – ຄະນະບັນຊາ ກຳລັງປະກອບອາວຸດໃນແຕ່ລະຂັ້ນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳ ,ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຢູ່ພາຍໃນເມືອງ ໃນແຕ່ລະໄລຍະໄດ້ເປັນຢ່າງດີ, ມີຄວາມສາມັກຄີ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ , ປະຊາຊົນພາຍໃນເມືອງຂອງຕົນຍຸຖາງທໍາມາຫາກິນ, ມີກິນມີໃຊ້.
ນອກຈາກນັ້ນ ທ່ານປະທານປະເທດ ຍັງໄດ້ເນັ້ກໜັກໃຫ້ການນໍາເມືອງແຕ່ລະຂັ້ນຈົ່ງເອົາໃຈໃສ່ບາງວຽກງານ ທີ່ ຍັງຄົງຄ້າງ ແລະ ຄວນປັບປຸງແກ້ໄຂ ແລະ ເປັນສິ່ງທ້າທາຍ ຕໍ່ການປົກປັກຮັກສາ ແລະ ການພັດທະນາເສດ ຖະກິດ-ສັງຄົມ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ເວົ້າລວມ; ເວົ້າສະເພາະຢູ່ແຂວງຫົວພັນ ເປັນຕົ້ນແມ່ນ: ຕ້ອງເອົາໃຈໃສ່ ເຮັດວຽກງານສຶກສາອົບຮົມການເມືອງ- ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກ ງານ-ລັດຖະກອນ ກໍ່ຄືພະນັກງານນັກຮົບ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຢູ່ພາຍໃນເມືອງຂອງຕົນ, ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕ້ອງກຳໄດ້ທິດທາງໜ້າທີ່ຂອງ 2 ກຳລັງ, ອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກ ມີນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ນແຂງດ້ວຍຕົນເອງຢ່າງແຂງແຮງ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຕີມໃຫ່ຍເຂັ້ມແຂງໃນທຸກດ້ານ,ປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ໃຫ້ເປັນຂະບວນການກ້ວາງຂວາງ ມີຄຸນນະ ພາບ, ຕ້ອງເປັນແບບຢ່າງນຳໜ້າໃນທຸກຂະບວນການຂອງມະຫາຊົນ, ເອົາໃຈໃສ່ນຳໃຊ້ທ່າແຮງບົ່ມຊ້ອນພາຍໃນເມືອງ ໂດຍສະເພາະສຸ່ມໃສ່ການປູກຝັງ, ລ້ຽງ ສັດ, ຫັດຖະກຳ ແລະ ການບໍລິການ ເພື່ອແນ່ໃສ່ແກ້ໄຂຊີວິດການເປັນຢູ່ ໃຫ້ມີ ທ່າອ່ຽງດີຂື້ນເປັນກ້າວໆຕ້ອງສຸ່ມໃສ່ຕ້ານ ແລະ ສະກັດກັ້ນບັນຫາຂອງຢາເສບຕິດໃຫ້ຫຼຸດໜ່ອຍຖອຍລົງ, ເຮັດໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

Cr: ວິທະຍຸກະຈາຍສຽງແຫ່ງຊາດລາວ