ທຸດອີຕາລີ ໃນ ກົງໂກ ຖືກສັງຫານ ພາຍຫຼັງກຸ່ມຕິດອາວຸດດັກໂຈມຕີຂະບວນລົດ ຢຸເອັນ

ສຳນັກຂ່າວຕ່າງປະເທດ ເມື່ອວັນທີ 22 ກຸມພາລາຍງານວ່າ ເກີດເຫດການສຸດສະເທືອນໃຈຂຶ້ນ ຢູ່ທີ່ ກົງໂກ, ທ່ານ ລູກາແອດທານາຊິໂອ ເອກອັກຄະລັດຖະທູດ ອີຕາລີ ປະຈຳສາທາລະນະລັດ ປະຊາທິປະໄຕ ກົງໂກ ເສຍຊີວິດຫຼັງເກີດເຫດກຸ່ມຕິດອາວຸດດັກຊຸ່ມໂຈມຕີຂະບວນລົດຂອງສະຫະປະຊາຊາດຢູ່ໃກ້ເມືອງ ໂກມາ ເປັນເຫດໃຫ້ ທ່ານ ແອດທານາຊິໂອ ຊຶ່ງໄດ້ເດີນທາງມາພ້ອມຂະບວນລົດດັ່ງກ່າວ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍເມືອງ ໂກມາ.

ລາຍງານລະບຸວ່າ  ທ່ານ ລູກາ ແອດທານາຊິໂອ ເອກອັກຄະລັດຖະທູດ ອີຕາລີ ປະຈຳຢູ່ ກົງໂກ ອາຍຸ 44 ປີໄດ້ເດີນທາງໄປກັບຂະບວນລົດໂຄງການອາຫານໂລກແຫ່ງສະຫະປະຊາຊາ(WFP) ເພື່ອໄປຊ່ວຍເຫຼືອ ປະຊາຊົນຢູ່ທາງພາກຕາເວັນອອກຂອງປະເທດທີ່ປະສົບຄວາມເດືອດຮ້ອນ ແຕ່ຂະບວນລົກດັ່ງກ່າວ ຖືກກຸ່ມມືປືນ ດັກຊຸ່ມຍິງ ເຮັດໃຫ້ທ່ານ ແອດທານາຊິໂອ ຖືກລູກກະສູນຍິງເຂົ້າໃນບໍລິເວນທ້ອງ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດພ້ອມກັບທະຫານອີຕາລີ 1 ຄົນ ແລະ ຜູ້ຊາຍອີກໜຶ່ງຄົນ ຄາດວ່າເປັນຄົນຂັບລົດ, ລວມ 3 ສົບ.