ແຫລ່ງຂ່າວແຂວງວຽງຈັນ ລາຍງານວັນທີ 13 ພະຈິກ 2023 ນີ້ວ່າ: ສູນເຕັກນິກກະສິກຳ ແລະ ປ່າໄມ້ ໂພນສູງ ຮ່ວມກັບ ທະນາຄານມາລູຫັນ ຈັດສຳມະນາ ກ່ຽວກັບການເຂົ້າເຖິງແຫລ່ງທຶນດອກເບ້ຍຕ່ຳ ໃຫ້ກຸ່ມກະສິກອນ ໃນບ້ານເປົ້າໝາຍໂຄງການຊາລີ ເມືອງວັງວຽງ ໃນທ້າຍອາທິດຜ່ານມາ ທີ່ຫ້ອງວ່າການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ກວຽນທອງ ເທບທິດາ ຮອງເຈົ້າເມືອງໆວັງວຽງ, ທ່ານ ພູວາ ມະນີປະກອບ ຫົວໜ້າສູນເຕັກນິກກະສິກຳ ແລະ ປ່າໄມ້ ໂພນສູງ, ຄະນະປະສານງານໂຄງການຂັ້ນແຂວງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ກຸ່ມກະສິກຳພາຍໃນເມືອງວັງວຽງເຂົ້າຮ່ວມ.
ໂຄງການຊາລີ ມີຈຸດປະສົງເພື່ອປະກອບສ່ວນ ເຂົ້າໃນການສົ່ງເສີມກະສິກຳຍືນຍົງ ປັບໂຕເຂົ້າກັບດິນຟ້າອາກາດ ໂດຍຍົກລະດັບຄວາມທົນທານ ແລະ ຊີວິດການເປັນຢູ່ຂອງກະສິກອນເຂດຊົນນະບົດ ຜ່ານການປັບປຸງຄວາມອາດສາມາດດ້ານອົງກອນ ແລະ ຂະບວນການທາງສັງຄົມ ພາຍໃນແຂວງວຽງຈັນ (ເປົ້າໝາຍທີ 12: ສົ່ງເສີມການອຸປະໂພ-ບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ ແລະ ເປົ້າໝາຍ 13: ແຜນການຮັບມື ກັບການປ່ຽນແປງດິນຟ້າອາກາດ).
ການສຳມະນາຄັ້ງນີ້ ເພື່ອອະທິບາຍ ການເຂົ້າເຖິງແຫລ່ງທຶນດອກເບ້ຍຕໍ່າ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກຳ ແລະ ດຳເນີນທຸລະກິດຂອງກຸ່ມກະສິກອນ ໃນບ້ານເປົ້າໝາຍໂຄງການຊາລີ, ສ້າງຄວາມສາມາດ ໃນການຄົ້ນຄວ້າການຊອກຫາແຫລ່ງທຶນ ເພື່ອມາໝູນໃຊ້ເຂົ້າໃນກິດຈະກຳຂອງກຸ່ມຜະລິດ ທັງນີ້ກໍເພື່ອນຳໄປເຜີຍແຜ່ ໃຫ້ສະມາຊິກພາຍໃນກຸ່ມບ້ານເປົ້າໝາຍໂຄງການໄດ້ຮັບຮູ້ ແລະ ເພື່ອຊອກຫາແຫລ່ງເຄືອຄ່າຍພັດທະນາ ການຜະລິດກະສິກຳ ເພື່ອແນໃສ່ເປັນສິນຄ້າ, ຮູ້ເງື່ອນໄຂເຂົ້າຫາແຫລ່ງທຶນ ດອກເບ້ຍຕໍ່າ ລະດັບ 3-6%ຕໍ່ປີ ຂອງທະນາຄານທຸລະກິດ ໃນ ສປປ ລາວ.