ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຢາມ ພົບປະຂອງ ປະທານາທິບໍດີ ມົງໂກລີ

ໃນຕອນບ່າຍວັນທີ 6 ພະຈິກ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຢາມພົບປະຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຂອງ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ຄະນະ ໃນຄັ້ງນີ້ ເຊິ່ງຈະເປັນຂີດໝາຍປະຫວັດສາດອັນສໍາຄັນອີກບາດກ້າວໜຶ່ງ ຂອງການແລກ ປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ແລະ ປະກອບສ່ວນສໍາຄັນໃນການເພີ່ມທະວີ-ຮັດ​ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນ​ດີງາມລະຫວ່າງສອງປະເທດ ໃຫ້ນັບມື້ນັບແຕກດອກອອກ ຜົນຍິ່ງໆຂຶ້ນ. ພ້ອມທັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ປະທານປະເທດ ລາວ ແລະ ປະທານາ ທິບໍດີ ມົງໂກລີ ລວມທັງການລົງນາມເອກະສານຮ່ວມມືສອງຝ່າຍ ລາວ-ມົງໂກລີ ຈໍານວນ 7 ສະບັບ. ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືດ້ານການສຶກສາຂອງສອງ ປະເທດ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃຫ້ຫລາຍຂຶ້ນ ໂດຍສະເພາະພາກທຸລະກິດຂອງສອງປະເທດ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຈັດກິດຈະກໍາຕ່າງໆ ໃນປີ 2022 ຜ່ານມາ ເພື່ອສະເຫລີມ ສະຫລອງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ, ຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານ ມົງໂກລີ ໃນໄລຍະຜ່ານມາ ໂດຍສະເພາະ ຂະເເໜງການສຶກສາ, ສາທາລະນະສຸກ, ກະສິກໍາ ເຊິ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງໄດ້ຊຸກຍູ້ໃນພາກທຸລະກິດ ເເລະ ສະພາການຄ້າ ເເລະ ອຸດສາຫະກໍາຂອງສອງຝ່າຍ ສືບຕໍ່ຮ່ວມມືກັນ ເພື່ອອໍານວຍຄວາມສະດວກໃຫ້ເເກ່ນັກລົງທຶນ ຂອງສອງປະເທດ. ນອກຈາກນີ້, ຍັງໄດ້ເຊີນຊວນນັກທ່ອງທ່ຽວມົງໂກລີ ເຂົ້າມາທ່ອງທ່ຽວລາວ ໃຫ້ຫລາຍຂຶ້ນ ໂດຍ ສະເພາະໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໄປພ້ອມກັບການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫລອດໄລຍະ 6 ທົດສະວັດຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ ເປັນກ້າວໆມາ, ພ້ອມທັງຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນກຸ່ມປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ໃນຂອບອາຊຽນ ເເລະ ອົງການສະຫະປະຊາຊາດ.
ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍ່ໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງ ສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກໍຄື ການ ໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ. ພ້ອມທັງໄດ້ລາຍງານສະພາບການພັດທະນາປະເທດໂດຍຫຍໍ້ ເເລະ ແຜນການຈັດກອງປະຊຸມສາກົນສໍາຄັນຕ່າງໆ ເເລະ ໄດ້ເຊື້ອເຊີນພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມ.