ວັນທີ 9 ພະຈິກ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ.
ປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມ ໂຄງການລົງທຶນປູກໝາກຖົ່ວເຫລືອງ ຂອງບໍລິສັດເອກະຊົນລົງທຶນພັດທະນາດ້ານກະສິກຳ ເພື່ອຕິດຕາມກວດກາຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຂອງໂຄງການ ເປັນຕົ້ນແມ່ນ ດ້ານຜົນສຳເລັດ ແລະ ຄວາມຫຍຸ້ງຍາກຕ່າງໆ ໃນການຊຸກຍູ້ສົ່ງເສີມໂຄງການດັ່ງກ່າວ ໃຫ້ດຳເນີນໄປດ້ວຍດີ, ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ ແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນນັ້ນ ໄດ້ມີສ່ວນຮ່ວມ ໃນການສ້າງວຽກເຮັດງານທຳ, ມີລາຍຮັບເຂົ້າສູ່ຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ໄປເທື່ອລະກ້າວ.
ໂຄງການລົງທຶນປູກໝາກຖົ່ວເຫລືອງ ແມ່ນການລົງທຶນຂອງພາກເອກະຊົນຕ່າງປະເທດ 100%, ເຊິ່ງມີທຶນໜູນວຽນ 10 ຕື້ກີບ, ທຶນຄົງທີ່ 10 ຕື້ກີບ ແລະ ທຶນສ້າງຕັ້ງໂຮງງານ 40 ຕື້ກີບ, ໄດ້ເຊົ່າເນື້ອທີ່ດິນນຳປະຊາຊົນ ປະມານ 600 ເຮັກຕາ, ປັດຈຸບັນໄດ້ບຸກເບີກເນື້ອທີ່ແມ່ນສໍາເລັດໄປແລ້ວ 130 ເຮັກຕາ ແລະ ປູກສໍາເລັດ 42 ເຮັກຕາ, ການຜະລິດໄດ້ໃຊ້ເຕັກນິກ ແລະ ເຕັກໂນໂລຊີແບບທັນໄໝເຂົ້າມາຊ່ວຍ. ສຳລັບແຮງງານຕັ້ນຕໍ ແມ່ນມາຈາກປະຊາຊົນ ເມືອງຜາອຸດົມ ປະມານ 500 ຄົນຕໍ່ວັນ, ຄາດວ່າປີນີ້ຈະໃຫ້ໄດ້ຮັບຜົນຜະລິດປະມານ 6.000 ໂຕນ. ສ່ວນແຜນການໃນຕໍ່ໜ້າແມ່ນຈະສູ່ຊົນ ໃຫ້ບັນລຸໄດ້ 10.000 ໂຕນ, ເຊິ່ງຜົນຜະລິດ ແມ່ນຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ.