ນັກທຸລະກິດຮັບສໍາປະທານເກັບຊື້ ແລະ ສົ່ງເສີມການປູກຕົ້ນໃບຊາໝ້ຽງແຂວງໄຊຍະບູລີ.

      ພິທີເຊັນສັນຍາສໍາປະທານເກັບຊື້ ແລະ ສົ່ງເສີມການປູກຕົ້ນໃບຊາໝ້ຽງຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​ນີ້ ໂດຍ​ການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ເພື່ອປະຕິບັດແນວທາງນະໂຍບາຍພັກ-ລັດ ກ່ຽວກັບການສົ່ງ ເສີມການຜະລິດເປັນສິນຄ້າ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກສິນຄ້າກະສິກໍາ ທັງເປັນການຟື້ນຟູສະພາບປ່າທີ່ຖືກທໍາລາຍຜ່ານມາ, ປ່າຊຸດໂຊມທີ່ປາ ສະຈາກຕົ້ນໄມ້ອຸດສາຫະກໍາ ແລະ ປູກຊາ ພ້ອມທັງວາງແຜນເພື່ອສ້າງເງື່ອນໄຂທີ່ດີໃຫ້ກັບສະພາບແວດລ້ອມ, ຫ້ວຍນໍ້າລໍາເຊ ແລະ ການປ້ອງກັນການເຊາະເຈື່ອນ.

ດັ່ງນັ້ນ ທາງບໍລິສັດ ທຽນ ຜີນ ຫົງ ເຕັກໂນໂລຢີ ຊີວະພາບກະສິກໍາຈໍາກັດ ໄດ້ລົງທຶນສົ່ງເສີມປະຊາຊົນປູກ, ເກັບຊື້ ແລະ ປຸງແຕ່ງຊາພື້ນບ້ານທໍາມະຊາດຢູ່ແຂວງໄຊຍະບູລີ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອຍົກບົດບາດການຜະລິດກະສິກໍາໃຫ້ມີຄຸນນະພາບ, ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ​ໃນ​ການແກ້ໄຂຄວາມທຸກຍາກ. ໂຄງການສໍາປະທານດັ່ງກ່າວ​ມີ​ອາຍຸ 25 ປີ ຈະໄດ້ລົງມືແຕ່ປີ 2020 ເປັນຕົ້ນໄປ ​ແລະ ປະຕິບັດຢູ່ 2 ເມືອງ: ເມືອງໄຊຍະບູລີ ຢູ່ບ້ານນໍ້າຄາ ສໍາປະທານທີ່ດິນລັດເພື່ອບົວລະບັດຮັກສາຕົ້ນຊາໝ້ຽງທໍາມະຊາດ ແລະ ສ້າງຕັ້ງໂຮງງານໃນເນື້ອທີ່ 75,7 ເຮັກຕາ ​ແລະ ເມືອງບໍ່ແຕນແມ່ນກໍານົດເອົາບ້ານໜອງປາຈີດ ​ແລະ ບ້ານກຸ່ມ ມີເນື້ອທີ່ທັງໝົດ 84 ເຮັກຕາ ​ໂດຍ​ຈະ​ໃຊ້​ງົບປະມານ​ໃນ​ໂຄງການ​ດັ່ງກ່າວທັງໝົດ 6 ຕື້ກວ່າກີບ. ນອກນີ້ ບໍລິສັດໄດ້ວາງແຜນຂະຫຍາຍເນື້ອທີ່ປູກຊາ​ໃນ​ເຂດ​ອື່ນໆ​ທີ່​ມີ​ທ່າ​ແຮງ​ຕື່ມ​ອີກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ