ປະຊາຊົນສ່ອງແສງວ່າ! ຍັງມີການເກັບເງິນນຳຄົນຈໍ້າກາ Passport ເຂົ້າ-ອອກດ່ານສາກົນຂົວມິດຕະພາບແຫ່ງທີ II ຄົນລະ 100-200 ບາດ

ວັນທີ 9 ພະຈິກ 2023ນີ້, ປະຊາຊົນໄດ້ສ່ອງແສງມາຍັງໜັງສືພິມລາວພັດທະນາວ່າ ປັດຈຸບັນ ຍັງມີການເກັບເງິນນຳຄົນທີ່ຈຳກາເຂົ້າ-ອອກເມືອງ ຢູ່ດ່ານສາກົນ ຂົວມິດຕະ ພາບ ແຫ່ງທີ II ສະຫວັນນະເຂດ-ມຸກດາຫານ ຂາເຂົ້າ ແຕ່ 100-200 ບາດ ແລະ ຂາອອກຕື່ມ 100- 200 ບາດ (ສະກຸນເງິນໄທ ) ເຊິ່ງແຕ່ລະຄົນບໍ່ຄືກັນ ຕົນເອງໄດ້ຖາມ ເຈົ້່າໜ້າທີ່ວ່າ ເປັນຫຍັງຄືຍັງມີການເກັບເງິນ ທັ້ງທີ່ລັດຖະບານວ່າ ບໍ່ໃຫ້ເກັບແລ້ວ ແຕ່ພະນັກງານດ່ານຕອບວ່າ : ໃສລັດຖະບານ ບໍ່ເຫັນນະລັດຖະບານ ພ້ອມທັງຖາມຫາບ້ານຢູ່ຂອງປະຊາຊົນຜູ້ນັ້ນ ແລະ ກໍຜ່ານໄປ ແຕ່ບໍ່ມີຫລັກຖານ ຍ້ອນປະຕິບັດຕາມຂໍ້ຫ້າມຖ່າຍຮູບ.
ບັນຫາດັ່ງກ່າວນີ້ ເຄີຍເກີດຂຶ້ນແລ້ວ ໃນໄລຍະເດືອນກໍລະກົດ ຜ່ານມາ ເຊິ່ງໃນຄັ້ງນັ້ນ ທີມຂ່າວໜັງສືພິມລາວພັດທະນາ ໄດ້ສອບຖາມ ໄປຍັງຫົວໜ້າຄະນະຄຸ້ມຄອງດ່ານຂົວມິດຕະພາບແຫ່ງທີ II ສະຫວັນນະເຂດ-ມຸກດາຫານ, ໃນວັນທີ 18 ກໍລະ ກົດ 2023 ໄດ້ຮັບການຊີ້ແຈງວ່າ: ທາງດ່ານຂົວມິດຕະພາບແຫ່ງທີ 2 ບໍ່ໄດ້ມີການອະນຸຍາດໃຫ້ເກັບຄ່າຈ້ຳກາໜັງສືຜ່ານດ່ານ, ຖືວ່າຈ້ຳກາ ພາສປອດ ເຂົ້າ-ອອກ ແມ່ນບໍ່ເສຍຄ່າໃຊ້ຈ່າຍຈັກກີບ ທາງເຈົ້າໜ້າທີ່ຈະຈ້ຳໃຫ້ຟຣີ ຕະຫລອດໄລຍະຜ່ານມາທາງດ່ານກໍໄດ້ເຜີຍແຜ່ລັດຖະບັນຍັດເລກທີ 002/ປປທ ຂອງປະທານປະເທດ ແລະ ແຈ້ງຕໍ່ຂະແໜງ ການກ່ຽວຂ້ອງປະຈຳດ່ານ ໂດຍສະເພາະແມ່ນຂະແໜງກວດຄົນເຂົ້າ-ອອກເມືອງປະຈຳດ່ານ ບໍ່ອະນຸຍາດເຈົ້າໜ້າທີ່ຂະແໜງດັ່ງກ່າວເກັບຄ່າບໍລິການ ຫລື ຄ່າທຳນຽມເຂົ້າ-ອອກ ສຳລັບຜູ້ໃຊ້ ພັດສະປອດ ຢ່າງເດັດຂາດ ຕໍ່ປະເດັນທີ່ປາກົດເປັນຂ່າວແມ່ນກຳລັງດຳເນີນການກວດກາ ເພື່ອໃຫ້ຄວາມເປັນທຳຕໍ່ທັງສອງຝ່າຍ ຖ້າການກວດກາຫາກພົບວ່າມີມູນຄວາມຈິງແທ້ ທາງການຈັດຕັ້ງກໍຈະປະຕິບັດວິໄນຕໍ່ຜູ້ກະທຳຜິດຢ່າງເຂັມງວດ, ບໍ່ມີການລະເວັ້ນຕໍ່ຜູ້ກະທຳຜິດ, ເຖິງແມ່ນວ່າຜູ້ທີ່ກະທຳຜິດນັ້ນຈະແມ່ນໃຜ ຫລື ຕຳແໜ່ງ, ຊັ້ນໃດກໍຕາມ ຈະຖືກປະຕິບັດວິໄນຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ແຕ່ເຖິງຢ່າງໃດກໍຕາມ ຕະຫລອດໄລຍະເກືອບ 4 ເດືອນຜ່ານມານີ້ ຍັງບໍ່ເຫັນແຈ້ງການ ຫລື ການຊີ້ແຈງເພີ່ມຕື່ມຈາກພາກສ່ວນກ່ຽວຂ້ອງຂອງດ່ານ ເຖິງຢ່າງໃດກໍຕາມ ຫາກມີຄວາມຄືບໜ້າທີມຂ່າວໜັງສືພິມລາວພັດທະນາ ຈະນຳສະເໜີໃຫ້ທ່ານໄດ້ຮັບຊາບຕື່ມ.
ຂ່າວກ່ອນໜ້ານີ້ ກົດທີ່ລິ້ງ

