ເງິນເຟີ້ຢູ່ຕວກກີເພີ່ມຂຶ້ນເກືອບ 25% ໃນເດືອນກັນຍາ

ສະຖິຕິຂອງທາງການຕວກກີລະບຸວ່າ: ອັດຕາເງິນເຟີ້ຂອງຕວກກີເພີ່ມສູງຂຶ້ນເກືອບ 25% ໃນເດືອນກັນຍາຜ່ານມາ, ຂະນະທີ່ຄ່າເງິນລີຣາຍັງອ່ອນຄ່າເມື່ອທຽບໃສ່ເງິນໂດລາສະຫະລັດ ເຖິງວ່າການປັບຂຶ້ນອັດຕາດອກເບ້ຍແລ້ວໃນເດືອນກ່ອນ.
ສຳນັກງານສະຖິຕິຂອງຕວກກີລະບຸວ່າ: ດັດຊະນີລາຄາຜູ້ບໍລິໂພກໃນເດືອນກັນຍາຜ່ານມາ ເພີ່ມສູງຂຶ້ນເຖິງ 24,52% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນຈາກສະຖິຕິສູງສຸດໃນເດືອນສິງຫາຜ່ານມາ ເຊິ່ງຢູ່ທີ່ 17,9%. ລາຍງານລະບຸວ່າ: ຕົວເລກດັ່ງກ່າວສູງກວ່າການຄາດຄະເນຂອງບລູມເບິກ ເຊິ່ງຄາດວ່າຈະຢູ່ປະມານ 21,1%.
ຄ່າເງິນລີຣາໄດ້ຮັບຜົນກະທົບຢ່າງໜັກຈາກກໍລະນີຂັດແຍ່ງດ້ານການທູດລະຫວ່າງອາເມລິກາ ແລະ ຕວກກີ ກໍລະນີທີ່ຕວກກີຄວບຄຸມຕົວບາດຫລວງຊາວອາເມລິກາໄວ້ເປັນເວລາ 2 ປີໃນຂໍ້ຫາກ່ຽວກັບການກໍ່ການຮ້າຍ.

