ເຈົ້າແຂວງຫົວພັນ ເນັ້ນໃຫ້ເມືອງຊໍາເໜືອ ຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ

ໃນໂອກາດ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊໍາເໜືອ ວັນທີ 9 ພະຈິກ 2023, ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງ ຫົວພັນ ໄດ້ເນັ້ນໜັກໃຫ້ ເມືອງຊໍາເໜືອ ສືບຕໍ່ບຸກບືນຢ່າງຕັ້ງໜ້າໃນຫລາຍດ້ານ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສືບຕໍ່ກຳແໜ້ນທັດສະນະ ທີ່ມີຕໍ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກເມືອງຊຳເໜືອ ໃຫ້ບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້, ພ້ອມເປັນເຈົ້າການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ, ສືບຕໍ່ກຳນົດແຜນວຽກຢ່າງລະອຽດຈະແຈ້ງ ໂດຍສະເພາະການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບໃນປັດຈຸບັນ.
ພ້ອມກັນນີ້, ການນຳຂັ້ນເມືອງ ລວມເຖິງຂັ້ນບ້ານ ເອົາໃສ່ໃນການສ້າງພື້ນຖານການຜະລິດ ໃຫ້ມີລາຍຮັບໃໝ່, ເຂົ້າສູ່ລະບົບຖືບັນຊີໃຫ້ຖືກຕ້ອງ ແລະ ອື່ນໆ ພ້ອມທັງເອົາໃຈໃສ່ໃນການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຫລຸດການໃຊ້ຈ່າຍທີ່ບໍ່ຈຳເປັນ, ຊຸກຍູ້ຕິດຕາມ ແລະ ສົ່ງເສີມການປູກ-ການລ້ຽງ ແລະ ການຜະລິດເປັນສິນຄ້າ ຂອງປະຊາຊົນບັນດາເຜົ່າໃນແຕ່ລະດູການ ເພື່ອຮັບປະກັນຄວາມສອດຄ່ອງທາງດ້ານເຕັກນິກ ແນ່ໃສ່ສ້າງລາຍຮັບໃຫ້ແກ່ຜູ້ຜະລິດໃຫ້ໄດ້ຮັບໝາກຜົນ, ຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ເປັນເຈົ້າການຍົກສູງຄວາມຮັບຜິດຊອບໃນການສ້າງ, ກຳນົດ ແລະ ຂຶ້ນແຜນພະນັກງານສືບທອດ ເພື່ອປ່ຽນແທນ ໃຫ້ຖືກຕ້ອງກັບເປົ້າໝາຍ, ພະນັກງານຫລັກແຫລ່ງຂອງເມືອງ ຕ້ອງໄດ້ເອົາໃຈໃສ່ໃນການກະກຽມເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ບັນດາຄຳສັ່ງ, ຄຳແນະນຳຂອງສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້, ເຊີດຊູຄວາມສາມັກຄີໜັກແໜ້ນ ແລະ ເປັນຈິດໜຶ່ງໃຈດຽວ ພ້ອມກັນຈັດຕັ້ງປະຕິບັດວຽກງານ ທີ່ພັກ-ລັດ ມອບໝາຍໃຫ້ ມີຜົນສຳເລັດ ແລະ ມີປະສິດທິຜົນ.

