
ວັນທີ 8 ພະຈິກ 2023 ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ວຽກງານຕິດຕາມການກວດກາ ການປະຕິບັດກົດໝາຍໃນການດຳເນີນຄະດີຢູ່ສານ ໃນໄລຍະກາງສະໄໝ ອົງການໄອຍະການປະຊາຊົນສູງສຸດ ມີສຳນວນຄະດີແພ່ງຂັ້ນລົບລ້າງ 678 ເລື່ອງ, ໃນນັ້ນ ມີຄະດີຄ້າງມາ 23 ເລື່ອງ, ແກ້ໄຂແລ້ວ 634 ເລື່ອງ ເທົ່າກັບ 96.99% ແລະ ກຳລັງຄົ້ນຄວ້າ 14 ເລື່ອງ, ສານພິພາກສາແລ້ວ 441 ເລື່ອງ. ສ່ວນຄຳຮ້ອງຂໍຮື້ຟື້ນຄະດີແພ່ງ 491 ເລື່ອງ, ໃນນັ້ນ ມີຄຳຮ້ອງຄ້າງມາ 50 ເລື່ອງ, ແກ້ໄຂແລ້ວ 476 ເລື່ອງ ເທົ່າກັບ 96,94% ແລະ ກຳລັງຄົ້ນຄວ້າ 15 ເລື່ອງ; ສຳນວນຄະດີແພ່ງຂັ້ນຮື້ຟື້ນມີ 244 ເລື່ອງ, ແກ້ໄຂແລ້ວ 201 ເລື່ອງ ເທົ່າກັບ 82.37% ແລະ ກຳລັງຄົ້ນຄວ້າ 15 ເລື່ອງ. ໂດຍລວມແລ້ວ ນັບແຕ່ປີ 2021 ຫາເດືອນ ມິຖຸນາ 2023 ເຫັນວ່າ ການດຳເນີນຄະດີແພ່ງ ມີຄຸນນະພາບດີຂຶ້ນເປັນກ້າວໆ ເປັນຕົ້ນ ການເກັບໂຮມ, ກວດກາ, ຊັ່ງຊາ, ຕີລາຄາຫລັກຖານ, ການໄຈ້ແຍກການກະທໍາຜິດ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການ ແລະ ສານປະຊາຊົນ ສ່ວນຫລາຍແມ່ນຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ເຫດການຕົວຈິງທີ່ເກີດຂຶ້ນສະແດງອອກ ໃນສະຖິຕິການແກ້ໄຂຄະດີແຕ່ລະຂັ້ນ ສ່ວນຫລາຍແມ່ນໄດ້ເກີນ 95% ແລະ ສານພິຈາລະນາເອົາຕາມຄຳຖະແຫລງຂອງ ອົງການໄອຍະການປະຊາຊົນ ເກີນ 95% ຕາມຄາດໝາຍທີ່ໄດ້ວາງໄວ້, ສະຖິຕິຄະດີມີການຂໍອຸທອນພຽງແຕ່ 14.32%, ຂໍລຶບລ້າງ 6.58% ແລະ ຄຳຮ້ອງຂໍຮື້ຟື້ນຄະດີມີພຽງ 3.96% ຖ້າທຽບໃສ່ຄະດີທີ່ສານຂັ້ນຕົ້ນໄດ້ຕັດສິນແລ້ວ, ໃນຈຳນວນຄໍາຮ້ອງຂໍຮື້ຟື້ນດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ໄດ້ທວງສຳນວນຄະດີມາກວດກາຄືນໃໝ່ ແລະ ມີຄະດີທີ່ໄດ້ສະເໜີຊື້ຟື້ນ ຕໍ່ສານປະຊາຊົນສູງສຸດພຽງແຕ່ 0.76% ເທົ່ານັ້ນ.
ນອກຈາກນີ້, ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ເອົາໃຈໃສ່ຕິດຕາມກວດກາ ການນໍາໃຊ້ວິທີການສືບສວນ-ສອບສວນ ທີ່ອົງການສືບສວນ-ສອບສວນຢ່າງເຂັ້ມງວດ ເຊິ່ງນັບແຕ່ປີ 2021 ຫາເດືອນ ມິຖຸນາ 2023 ໄດ້ຕິດຕາມກວດກາການອອກ ແລະ ການປະຕິບັດຄໍາສັ່ງຕ່າງໆ ຂອງເຈົ້າໜ້າທີ່ອົງການສືບສວນ-ສອບສວນ ເຊັ່ນ: ຄຳສັ່ງເປີດການສືບສວນ-ສອບສວນ 1.636 ສະບັບ, ຄຳສັ່ງກວດຄົ້ນເຄຫາສະຖານ 2.247 ສະບັບ, ຄຳສັ່ງຢຶດ ແລະ ອາຍັດຊັບ 86 ສະບັບ, ຄໍາສັ່ງຈັບຕົວ 7.099 ສະບັບ, ຄຳສັ່ງກັກຂັງພາ 29.834 ສະບັບ, ຄຳສັ່ງຕໍ່ກຳນົດເວລາການກັກຂັງພາງ 24.099 ສະບັບ, ຄໍາສັ່ງປ່ອຍຕົວພາງ 1.929 ສະບັບ, ຄຳສັ່ງປ່ອຍຕົວກ່ອນກໍານົດ ໂດຍມີເງື່ອນໄຂ ຕາມຄຳຕັດສິນຂອງສານ 860 ສະບັບ ແລະ ຄຳແນະນຳ ກ່ຽວກັບການດໍາເນີນຄະດີອາຍາ 5.692 ສະບັບ.
ຜ່ານການຕິດຕາມກວດກາ ເຫັນວ່າບັນດາຄຳສັ່ງເຫລົ່ານັ້ນ ໄດ້ຮັບການປະຕິບັດຖືກຕ້ອງຕາມກົດໝາຍ ນອກຈາກນັ້ນ, ຍັງໄດ້ຕິດຕາມການກວດກາອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທະຫານ, ພາສີ ແລະ ປ່າໄມ້ ດ້ວຍການເຂົ້າຮ່ວມປຶກສາຫາລື ບັນດາເຫດການລະເມີດກົດໝາຍທີ່ເກີດຂຶ້ນ, ອອກຂໍ້ກຳນົດ, ຂໍ້ແນະນໍາດ້ານວິຊາການຕ່າງໆ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ສາມາດປະຕິບັດເຂົ້າໃນວຽກງານຕົວຈິງ.