ສປ ຈີນ ສະແດງສິລະປະສະເຫລີມສະຫລອງບຸນໄຫ້ວພະຈັນ

ໃນວັນທີ 25 ກັນຍານີ້, ສູນວັດທະນະທຳຈີນ ປະຈຳ ສປປ ລາວ, ພ້ອມດ້ວຍພະແນກ ວັດທະນະທຳ ແຂວງ ຫູເປີ່ຍ ສປ ຈີນ ຮ່ວມກັບກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວໄດ້ ຈັດງານສະແດງສິລະ ປະ “ມອບບົດກະວີໃຫ້ພະຈັນ” ໃນໂອກາດສະເຫລີມສະຫລອງ ບຸນດັ່ງກ່າວຂຶ້ນທີ່ຫໍວັດທະນະທຳ ແຫ່ງຊາດ. ໂດຍການເຂົ້າຮ່ວມ ຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ກູ້ສ່ຽວ ຈິ່ນ ພັນລະຍາ ທ່ານ ເອກອັກ ຄະລັດຖະທູດ ສປ ຈີນ ປະຈຳ ລາວ, ມີບັນດາ ທູຕານຸທູດ ແລະ ສະມາຄົມລາວ-ຈີນ, ພ້ອມດ້ວຍ ມວນຊົນຊາວນະຄອນຫລວງ ວຽງຈັນ ເຂົ້າຮ່ວມເປັນຈຳນວນ ຫລາຍ.
+ ສປ ຈີນ ອັນດັບ 1 ຂອງການລົງທຶນຕ່າງປະເທດໃນລາວ
+ ການສະແດງແສງສີທີ່ຕື່ນຕາຂອງລາຍການດັງ America Got
ການສະແດງດັ່ງກ່າວບໍ່ ພຽງແຕ່ເປັນການສ້າງບັນຍາ ກາດເບີກບານມ່ວນຊື່ນເທົ່ານັ້ນ ຍັງຊ່ວຍໃຫ້ປະຊາຊົນຊາວລາວ ໄດ້ເຂົ້າໃຈຄວາມໝາຍວັດທະ ນະທຳປະເພນີໄຫວ້ພະຈັນຂອງ ຈີນ ແລະ ເຮັດໃຫ້ເພື່ອນມິດ ຊາວຈີນ ໄດ້ສຳພັດກັບອາຍອຸ່ນ ແຫ່ງຄວາມສາມັກຄີ ແລະ ສະ ໜິດສະໜົມຂອງປະຊາຊົນ ທີ່ມີຕໍ່ກັນນັ້ນນັບມື້ແໜ້ນແຟ້ນ ຍິ່ງຂຶ້ນ.
ໃນງານສະແດງຄັ້ງນີ້, ມີ ນັກສະແດງທີ່ມາຈາກແຂວງ ຫູເປີ່ຍ 30 ກວ່າຄົນ, ມີຫລາຍ ກວ່າ 10 ລາຍການ ຄື: ການບັນ ເລງເພງ ແລະ ບົດຟ້ອນຕ່າງໆ ທີ່ສະແດງໃຫ້ເຫັນເຖິງຄວາມ ງາມແຫ່ງເມືອງຈີນ, ເຫັນວັດ ທະນະທຳຊົນເຜົ່າມົ້ງຈີນ, ຟ້ອນ ກັງຟູ, ພ້ອມນີ້, ຍັງມີການສະ ແດງມາຍາກົນ, ບາເລ່, ກາຍະ ສິນ ແລະ ອື່ນໆອີກ.
