ການວິໄຈສະບັບໃໝ່ເຕືອນ ປະຊາກອນຈີນອາດຫລຸດລົງກວ່າເຄິ່ງພາຍໃນອີກ 45 ປີຕໍ່ໜ້າ

ທີມວິໄຈຈາກສະຖາບັນເພື່ອການສຶກສາປະຊາກອນ ແລະ ການພັດທະນາແຫ່ງມະຫາວິທະຍາໄລຊີອານ ຈຽວທົງ ຂອງຈີນ ເຜີຍແຜ່ຜົນການສຶກສາວິໄຈຫລ້າສຸດໃນວາລະສານການເງິນ ແລະ ເສດຖະກິດຂອງມະຫາວິທະຍາໄລຊີອານ ເຕືອນປະຊາກອນຈີນອາດຫລຸດລົງກວ່າເຄິ່ງພາຍໃນອີກ 45 ປີຕໍ່ໜ້າ ເຊິ່ງໄວກວ່າທີ່ຄາດການໄວ້.

ຜົນການວິໄຈດັ່ງກ່າວອ້າງອີງຂໍ້ມູນອັດຕາການເກີດຂອງຈີນໃນປີຜ່ານມາ ເຊິ່ງມີເດັກເກີດໃໝ່ 1,3 ຄົນ ຕໍ່ຜູ້ຍິງ 1 ຄົນ ຕໍ່າກວ່າຕົວເລກທີ່ເໝາະສົມຄື 2 ຄົນ ຕໍ່ຜູ້ຍິງ 1 ຄົນ.

ເຊິ່ງຂໍ້ມູນດັ່ງກ່າວມາຈາກການສຳຫລວດສຳມະໂນປະຊາກອນຫລ້າສຸດ ທີ່ຮວບຮວມຂໍ້ມູນໂດຍໃຊ້ອຸປະກອນດິຈີຕອນເປັນຄັ້ງທຳອິດ ເຮັດໃຫ້ເຊື່ອໄດ້ວ່າມີຄວາມແນ່ນອນຫລາຍທີ່ສຸດ ອີກທັງຍັງມີການກວດສອບທຽບໃສ່ຊຸດຂໍ້ມູນອື່ນໆຂອງລັດຖະບານ.

ໂດຍທີມວິໄຈຊີ້ວ່າ: ເຖິງວ່າທາງການຈີນຈະເປີດເຜີຍລາຍລະອຽດຜົນສຳຫລວດສຳມະໂນປະຊາກອນຕໍ່ສາທາລະນະພຽງບາງສ່ວນ, ແຕ່ຂໍ້ມູນທີ່ໄດ້ຊີ້ໃຫ້ເຫັນເຖິງການປ່ຽນແປງ ແລະ ທ່າອ່ຽງປະຊາກອນທີ່ຫລຸດລົງໃນອະນາຄົດ.

ປັດຈຸບັນ ຈີນມີປະຊາກອນຫລາຍກວ່າ 1,4 ພັນລ້ານຄົນ ເຊິ່ງໃນປີ 2019 ອົງການສະຫະປະຊາຊາດເຄີຍຄາດການໄວ້ວ່າ: ຈີນຈະມີປະຊາກອນຫລຸດລົງປະມານ 1,3 ພັນລ້ານຄົນ ພາຍໃນປີ 2065.

ທັງນີ້, ສະຖານະການລະບາດຂອງໂຄວິດຍັງອາດສົ່ງຜົນກະທົບຕໍ່ອັດຕາການເກີດຂອງຈີນໃນປີຜ່ານມາ. ຂະນະທີ່ທີມວິໄຈຊີ້ວ່າ: ໂອກາດທີ່ອັດຕາການເກີດຈະເພີ່ມຂຶ້ນນັ້ນຂ້ອນຂ້າງຕໍ່າ ແລະ ມີທ່າອ່ຽງວ່າຈຳນວນປະຊາກອນຈີນໂດຍລວມຈະເລີ່ມຫລຸດລົງຢ່າງວ່ອງໄວໃນບໍ່ດົນ ເນື່ອງຈາກປະຊາກອນຜູ້ຍິງໃນໄວຈະເລີນພັນນັ້ນຄ່ອຍໆຫລຸດໜ້ອຍລົງ.

ຈາກຂໍ້ມູນສຳມະໂນປະຊາກອນຫລ້າສຸດຂອງຈີນຍັງພົບວ່າ: ປະຊາກອນເດັກຂອງຈີນມີປະມານ 17% ຂອງປະຊາກອນທົ່ວປະເທດ. ຂະນະທີ່ອັດຕາຂອງປະຊາກອນທີ່ອາຍຸຫລາຍກວ່າ 60 ປີນັ້ນມີຫລາຍກວ່າ 18% ເຊິ່ງເປັນຄັ້ງທຳອິດທີ່ຈີນມີປະຊາກອນຜູ້ສູງອາຍຸຫລາຍກວ່າເດັກ.

ທັງນີ້, ໃນຊ່ວງຕົ້ນປີ ລັດຖະບານຈີນໄດ້ເລີ່ມຜ່ອນຄາຍນະໂຍບາຍຄວບຄຸມຈຳນວນປະຊາກອນ ໂດຍອະນຸຍາດໃຫ້ແຕ່ລະຄອບຄົວມີລູກໄດ້ 3 ຄົນ, ແຕ່ຜົນການສຶກສາວິໄຈຫລາຍສະບັບຊີ້ວ່າ: ປັດໄຈທາງເສດຖະກິດເຊັ່ນ: ລາຄາອະສັງຫາລິມະຊັບທີ່ສູງຂຶ້ນ ເປັນແຮງຂັບເຄື່ອນສຳຄັນທີ່ເຮັດໃຫ້ອັດຕາການເກີດນັ້ນຫລຸດລົງ.

ຂະນະທີ່ລັດຖະບານຈີນມີຄວາມພະຍາຍາມດຳເນີນນະໂຍບາຍເພື່ອຄວບຄຸມລາຄາອະສັງຫາລິມະຊັບ ແລະ ຫລຸດພາລະຄ່າໃຊ້ຈ່າຍຂອງປະຊາຊົນເຊັ່ນ: ຄ່າຮຽນ ຕະຫລອດຈົນເພີ່ມຈຳນວນໂຮງຮຽນອະນຸບານຮອງຮັບເດັກເກີດໃໝ່, ແຕ່ຜົນວິໄຈຊີ້ວ່າຍັງຈຳເປັນຕ້ອງມີມາດຕະການອື່ນໆທີ່ຊ່ວຍຈູງໃຈໃນການມີລູກ.

ອ້າງອີງ:

https://www.scmp.com/news/china/science/article/3150699/chinas-population-could-halve-within-next-45-years-new-study?module=perpetual_scroll&pgtype=article&campaign=3150699